ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງໂທລະເລກອວຍພອນ ວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ
February 3, 2023 - 10:27 AM

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ ຊຶ່ງເນື້ອໃນ ໂທລະເລກອວຍພອນ ມີດັ່ງນີ້:
ເນື່ອງໃນໂອກາດວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 93 ປີ (3/2/1930 –3/2/2023), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວແລະ ສະມາຊິກພັກ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ, ນໍ້າໃຈສາມັກຄີ ແລະ ໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທຸກຖ້ວນໜ້າ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ໃນຕະຫຼອດໄລຍະ 93 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງຂອງຕົນ, ພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ຊຶ່ງໄດ້ຮັບການສ້າງຕັ້ງ ແລະ ອົບຮົມສັ່ງສອນໂດຍ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ໄດ້ແບກຫາບພາລະກໍາປະຫັວດສາດ ເຮັດສໍາເລັດພາລະກິດປົດປ່ອຍ ແລະ ທ້ອນໂຮມປະເທດຊາດ ແລະ ສືບຕໍ່ສ້າງສາພັດທະນາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ, ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຢ່າງປະດິດສ້າງ, ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ອັນເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ມີຜົນສໍາເລັດໃນການປ້ອງກັນ, ຄວບຄຸມພະຍາດ ແລະ ພື້ນຟູການພັດທະນາເສດຖະກິດ-ສົງຄົມ, ສ້າງພື້ນຖານເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ ໂດຍຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ, ອັນໄດ້ເຮັດໃຫ້ໂຕເລກການຂະຫຍາຍຕົວເສດຖະກິດ ເພີ່ມສູງຂຶ້ນ ແລະ ນໍາໜ້າຢູ່ໃນພາກພື້ນ ແລະ ໃນໂລກ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ.
ໃນຖານະເພື່ອນສະຫາຍອ້າຍນ້ອງ ທີ່ໃກ້ຊິດສະໜິດສະໜົມ, ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ແລະ ໄຊຊະນະອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ຖືສິ່ງດັ່ງກ່າວເປັນບົດຮຽນອັນລໍ້າຄ່າ, ເປັນກໍາລັງໃຈອັນແຮງກ້າໃນການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຂອງຕົນ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ທີ່ມີ ສະຫາຍເລຂາທິການໃຫຍ່ ຫງວຽນຟູຈ້ອງ ເປັນຜູ້ນໍາໜ້ານັ້ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ບັນລຸຄາດໝາຍທີ່ວາງອອກຢ່າງມີໄຊ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ບັນດາຜູ້ນໍາຮຸ່ນທໍາອິດ, ພັກ, ລັດ ຂອງສອງຊາດ ລາວ -ຫວຽດນາມ ໄດ້ກໍ່ຕັ້ງ, ຖະນຸຖະໜອມ ແລະ ຝຶກຝົນຫຼໍ່ຫຼອມ ໂດຍຜ່ານການທົດສອບບົນແປວໄຟປະຕິວັດ ເປັນເວລາຫຼາຍທົດສະວັດນັ້ນ ໄດ້ກາຍເປັນມໍລະດົກອັນລໍ້າຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ ແລະ ມາເຖິງປັດຈຸບັນຍິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍດ້ວຍທ່ວງທ່າທີ່ຕັ້ງໜ້າ, ນັບມື້ກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ພາລະກິດປະຕິວັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ. ພວກຂ້າພະເຈົ້າ ຈະສືບຕໍ່ຮ່ວມກັບ ສະຫາຍຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ລາວ -ຫວຽດນາມ ໃຫ້ໝັ້ນຄົງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນຕະຫຼອດໄປ, ປະກອບສ່ວນເຂົ້າໃນພາລະກິດເສີມສ້າງ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນຂອງປະຊາຊົນລາວ ພວກຂ້າພະເຈົ້າ.
ເນື່ອງໃນໂອກາດອັນມີຄວາມໝາຍສໍາຄັນນີ້, ພວກຂ້າພະເຈົ້າ ຂໍອວຍພອນໃຫ້ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ເລຮວາຍຈຸງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຊັ່ນດຽວກັນ.