ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ!

ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ! - 318808624 1968625626680486 6969961446160504516 n - ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ!
ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ! - kitchen vibe - ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ!

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງ ແລະ ແລກປ່ຽນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 7 ທັນວາ 2022 ຜ່ານມານີ້ວ່າ: ເລີ່ມແຕ່ກາງປີ 2022 ເປັນຕົ້ນມາ ໄດ້ມີສະພາບການຂາດແຄນນ້ຳມັນເຊື້ອໄຟເປັນວົງກວ້າງ ແຕ່ມາຮອດເດືອນ 7 ເຖິງປັດຈຸບັນແມ່ນຢູ່ໃນສະພາບປົກກະຕິໂດຍພື້ນຖານ.

ປັດຈຸບັນ ເຮົານຳເຂົ້ານ້ຳມັນເຊື້ອໄຟຈາກໄທ ປະມານ 90%, ຈາກຫວຽດນາມ ປະມານ 10%, ແຕ່ໃນໄລຍະຜ່ານມາການສົ່ງອອກນໍ້າມັນຈາກໄທມາລາວມີການຈໍາກັດ. ຈຶ່ງເຮັດໃຫ້ມີການຂາດແຄນນ້ຳມັນເຊື້ອໄຟ. ລັດຖະບານກໍໄດ້ສຸມໃສ່ແກ້ໄຂຢ່າງເອົາໃຈໃສ່ ແລະ ເອົາຈິງເອົາຈັງ ເປັນຕົ້ນ ໄດ້ສຸມໃສ່ການແກ້ໄຂບັນຫາການສະໜອງນ້ຳມັນພາຍໃນປະເທດ ຢ່າງໃກ້ຊິດຕິດແທດ ໂດຍໄດ້ໃຊ້ຫລາຍມາດຕະການ.

ລັດຖະບານ ກໍໄດ້ອອກແຈ້ງການປັບລາ ຄານ້ຳມັນເຊື້ອໄຟ ພາຍຫລັງປ້ຳນ້ຳມັນປິດ ເພື່ອແກ້ໄຂການຍາດໃສ່ນ້ຳມັນ ເພາະໄລຍະຜ່ານມາປະຊາຊົນເວລາເຫັນແຈ້ງການລາຄານໍ້າມັນກໍພາກັນແຫ່ໄປໃສ່ຢ່າງຫຼວງຫຼາຍ ນອກນັ້ນ ກໍຍັງໄດ້ມີການຫລຸດອາກອນລົງ ໂດຍສະເພາະອາກອນຊົມໃຊ້ນ້ຳມັນ.

ໃນໄລຍະກາງນີ້ພວກເຮົາກໍຈະໄດ້ປະສານ ກັບປະເທດເພື່ອນມິດໃນລະ ດັບລັດຖະບານ ເປັນຕົ້ນແມ່ນປະເທດຜູ້ຜະລິດນ້ຳມັນ ເພື່ອສ້າງເງື່ອນໄຂໃຫ້ບໍລິສັດຜູ້ນຳເຂົ້ານຳມັນເຊື້ອໄຟຂອງລາວ ສາມາດເຈລະຈາກັບຜູ້ຜະລິດນ້ຳມັນ ແລະ ກ້າວໄປສູ່ການຊື້ຂາຍຮ່ວມກັນໃນແບບມີຕົ້ນທຶນທີ່ຕ່ຳກວ່າຕະຫລາດໃນປັດຈຸບັນ.

ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ! - 4 - ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ!
ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ! - 5 - ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ!
ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ! - 3 - ຊີ້ແຈງ ເຫດຜົນສໍາຄັນທີ່ລັດຖະບານ ອອກແຈ້ງການປັບລາຄານໍ້າມັນຫຼັງປໍ້າປິດ!