ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98%

ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98% - 3bd0a5fb ceda 4356 98d4 4af114544d3c - ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98%
ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98% - kitchen vibe - ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98%

ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເຈົ້າແຂວງອຸດົມໄຊ ລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໃນວັນທີ1-3 ກຸມພາ 2023 ຜ່ານມາວ່າ: ຜ່ານການນຳພາ – ຊີ້ນຳ ເຄື່ອນໄຫວຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມຕົວຈິງຂອງອົງການປົກຄອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໃນໄລຍະ 1 ປີຜ່ານມາ ແຂວງອຸດົມໄຊສາມາດມີຜົນງານທີ່ພົ້ນເດັ່ນຫລາຍດ້ານ ອັນໄດ້ເຮັດໃຫ້ທົ່ວແຂວງ ສືບຕໍ່ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງຢ່າງໜັກແໜ້ນ, ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານເຮັດໃຫ້ເສດຖະກິດຂອງແຂວງ ມີການຂະຫຍາຍຕົວ ໃນລະດັບ 3,98%, ມູນຄ່າຜະລິດຕະພັນພາຍໃນບັນລຸ 7.888,22 ຕື້ກີບ, ສະເລ່ຍລາຍຮັບ(JDP)ຕໍ່ຫົວຄົນເທົ່າກັບ 1.541 ໂດລາສະຫະລັດ, ສາມາດມ້າງຄະດີຢາເສບຕິດໄດ້ 289 ລາຍຄະດີ, ສາມາດລະດົມ ແລະ ໄດ້ຮັບແຫລ່ງທຶນຕ່າງໆມາຈັດຕັ້ງປະຕິບັດພັດທະນາແຂວງອຸດົມໄຊ 2.153,59 ຕື້ກີບ, ລື່ນແຜນການ 11,91% .

อาจเป็นรูปภาพของ 3 คน, ผู้คนกำลังยืน และ สถานที่ในร่ม ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98% - 328724277 1251972285531375 7955593844881595954 n - ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98%

ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98% - Visit Laos Visit SALANA BOUTIQUE HOTEL - ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98%

ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດກະສີກຳ ເພື່ອສະໜອງສະບຽງອາຫານ ແລະ ຜະລິດເປັນ ສິນຄ້າ ຕິດພັນກັບຂະບວນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຊັ່ນ: ປູກເຂົ້ານາປີ, ນາແຊງຢາງພາລາ, ກ້ວຍຫອມ, ອ້ອຍ, ມັນຕົ້ນ, ປູກມອນ – ລ້ຽງມ້ອນ, ສາລີແຂງ, ໝາກອຶ, ໝາກໂມ, ໝາກຖົ່ວ ແລະ ພືດຜັກປະເພດຕ່າງໆ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກໄປ ສປ ຈີນ; ການລ້ຽງ ເຊັ່ນ: ການລ້ຽງ ງົວ, ຄວາຍ, ໝູ, ແບ້, ໄກ່ພັນໄຂ່ ແລະ ປາ ແມ່ນເປັນຂະບວນແຂງແຮງກວ່າເກົ່າ ເຮັດໃຫ້ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ໄດ້ຮັບການປັບປຸງດີຂຶ້ນ.

ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງທາງດ້ານການຈັດເກັບລາຍຮັບ ດ້ວຍຫລາຍມາດຕະການ ເປັນຕົ້ນ ແມ່ນ ຫັນເອົາບັນດາຫົວໜ່ວຍລາຍຮັບເຂົ້າລະບົບທັນສະໄໝໄດ້ 95,15% ຂອງຫົວໜ່ວຍວິສາຫະກິດທັງໝົດພາຍໃນແຂວງ, ເກັບລາຍຮັບໄດ້ 182,97 ຕື້ກີບ, ລື່ນແຜນ 24,51% ຂອງແຜນດັດແກ້. ການຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ 417,06 ຕື້ກີບ, ເທົ່າກັບ 99,55% ຂອງ ແຜນດັດແກ້, ປັບປຸງວຽກງານ ການບໍລິການ ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ມີຄຸນນະພາບດີຂຶ້ນ, ຂົງເຂດວຽກງານການສຶກສາທິການ ແລະ ກິລາ, ວຽກງານສາທາລະນະສຸກ, ວຽກງານຖະແຫຼງຂ່າວ, ວັດທະນະທຳ; ວຽກງານແຮງງານ ແລະ ສະຫວັດດີການສັງຄົມໄດ້ຮັບການປັບປຸງ ແກ້ໄຂດີຂຶ້ນ ອັນພົ້ນເດັ່ນ ແມ່ນ: ຂະບວນການແກ້ໄຂ ໄພພິບັດນໍ້າຖ້ວມຢູ່ 3 ເມືອງ ສາມາດລະດົມແຫຼ່ງທຶນ, ເຄື່ອງອຸປະໂພກ, ບໍລິໂພກ, ແຮງງານ ເຂົ້າຊ່ວຍເຫຼືອປະຊາຊົນ, ແກ້ໄຂຟື້ນຟູພື້ນຖານໂຄງລ່າງທີ່ຖືກເສຍຫາຍ ໄດ້ໃນລະດັບຂັ້ນພື້ນຖານ.

ສຳລັບທິດທາງແຜນການ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ອົງການປົກຄອງແຂວງ ຈະສືບຕໍ່ເຮັດໃຫ້ແຂວງອຸດົມໄຊ ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ. ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ; ທຸກຂົງເຂດວຽກງານໄດ້ຮັບການພັດທະນາດີຂຶ້ນບັນລຸໄດ້ຕາມຄາດໝາຍທີ່ກໍານົດໄວ້, ສຸມໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ບັນຫາໄຂຢາເສບຕິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆໃນສັງຄົມຢ່າງຈິງຈັງ ແນໃສ່ຮັບປະກັນເຮັດໃຫ້ທົ່ວແຂວງມີຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ສຸມໃສ່ປັບປຸງ, ພັດທະນາວຽກງານ ການບໍລິການ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແຫຼ່ງ ທ່ອງທ່ຽວ, ສະຖານທີ່ປະຊຸມພາຍໃນແຂວງ ເພື່ອຮອງຮັບຕອບສະໜອງໄດ້ການເຂົ້າມາທ່ອງທ່ຽວ, ມາຈັດປະຊຸມ, ເຄື່ອນໄຫວວຽກງານ ຂອງແຂກພາຍໃນ ແລະ ຕ່າງປະເທດ ຈາກເສັ້ນທາງລົດໄຟລາວ – ຈີນ, ສຸມໃສ່ ສືບຕໍ່ສຸກຍູ້ ສົ່ງເສີມ ການພະລິດ ກະສິກໍາ (ການປູກ, ການລ້ຽງ ) ເປັນສິນຄ້າສົ່ງອອກ ຕິດພັນກັບການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ຕາມທ່າແຮງ ໂດຍສະເພາະ ແມ່ນຂະບວນການ ປູກມັນຕົ້ນ ຕິດພັນກັບການປຸງແຕ່ງ ໃຫ້ ເປັນຂະບວນ ແຂງແຮງກວ່າເກົ່າ,  ສຸມໃສ່ ສືບຕໍ່ປັບປຸງ ສ້າງສະພາບແວດລ້ອມ ເອື້ອອຳນວຍຄວາມສະດວກ ແກ່ການລົງທຶນ ພ້ອມທັງ ເຄື່ອນໄຫວ ປຸກລະດົມດຶງດູດການລົງທຶນ ຈາກພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ເຂົ້າ ມາລົງທຶນຢູ່ແຂວງອຸດົມໄຊ ຕາມທ່າແຮງ ເສັ້ນທາງ ລົດໄຟລາວ – ຈີນ, ເອົາໃຈໃສ່ຊຸກຍູ້ສະໜັບສະໜູນ ໂຄງການພັດທະນາ ຂອງບໍລິສັດອຳມະຕະຢູ່ເມືອງນາໝໍ້, ບໍລິສັດລົດໄຟລາວ – ຈີນ, ໂຄງການພັດທະນາ ສາງຄ່ຽນຖ່າຍສິນຄ້າ, ການບໍລິການຂົນສົ່ງ ຢູ່ຈຸດສະຖານີເມືອງໄຊ ໃຫ້ເປັນລະບົບຄົບຊຸດ, ສຸມໃສ່ ນຳພາ, ຊີ້ນຳ ຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ໂດຍສະເພາະ ແມ່ນ ໂຄງການກໍ່ສ້າງຕ້ານເຈື່ອນຢູ່ເທດສະບານເມືອງໄຊ, ທາງ 2E, 2W, ໂຄງການກໍ່ສ້າງເຂື່ອນໄຟຟ້າ ຢູ່ນໍ້າຂອງ, ໂຄງການກໍ່ສ້າງ ສູນພັດທະນາສີມືແຮງງານ, ໂຄງການປັບປຸງເສັ້ນທາງເທດສະບານເມືອງໄຊ ແລະ ໂຄງການອື່ນໆ ໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ, ສູມໃສ່ຈັດຕັ້ງປະຕິບັດວຽກງານຟື້ນຟູຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ 3 ເມືອງ (ເມືອງໄຊ, ເມືອງຫຼາ ແລະ ເມືອງນາໝໍ້) ໂດຍສະເພາະແມ່ນປັບປຸງທີ່ຢູ່ອາໄສຂອງປະຊາຊົນຜູ້ທີ່ຂາດທີ່ຢູ່ອາໄສ ແລະ ໂຄງການປັບປຸງພື້ນຖານໂຄງລ່າງທີ່ເປ່ເພ, ເສຍຫາຍໃຫ້ສໍາເລັດໂດຍໄວ.

 

ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98% - 4 - ປີ 2023 ເສດຖະກິດ ຂອງແຂວງອຸດົມໄຊ ມີການຂະຫຍາຍຕົວ ໃນລະດັບ 3,98%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!