ແອນໂທນີ ໂຈຊົວ ກັບຄືນສັງວຽນ ຂຶ້ນຊົກກັບນັກຊົກ ອາເມຣິກາ 1 ເມສານີ້

ເອັດດີ ເຮີນ ຜູ້ຈັດການແຂ່ງຂັນຊົກມວຍຊື່ດັງຢືນຢັນວ່າ ນັກຊົກຈາກອັງກິດ ກຽມຂຶ້ນສັງວຽນອີກເທື່ອຫນຶ່ງກັບຄູ່ຊົກຈາກສະຫະລັດ ວັນທີ 1 ເມສານີ້.
ສຳລັບ ໂຈຊົວ ເຈົ້າຂອງສະຖິຕິຊະນະ 24 ແລະ ເສຍ 3 ຄັ້ງ ບໍ່ໄດ້ຂຶ້ນຊົກເລີຍ ນັບຕັ້ງແຕ່ເສຍໃຫ້ ໂອເລັກຊານເດີ ອູຊິກ ນັກຊົກຊາວຢູເຄຣນ ເມື່ອເດືອນກັນຍາ 2022 ພ້ອມເປັນການເສຍໃຫ້ກັບ ອູຊິກ ເປັນຄັ້ງທີສອງຕິດຕໍ່ກັນນຳອີກ.
ຈາກເລື່ອງທີ່ເກີດຂຶ້ນເຮັດໃຫ້ນັກມວຍອາຍຸ 33 ປີ ຂໍພັກຈາກການຂຶ້ນສັງວຽນແບບບໍ່ມີກຳນົດ ໂດຍາວອອກມາຍອມຮັບວ່າລາວມີບັນຫາດ້ານ ສະພາບຈິດໃຈຈາກນັດຫລ້າສຸດ.
ແນວໃດກໍຕາມ ເຮີນ ເຊິ່ງເປັນຜູ້ຈັດມວຍຂອງ ໂຈຊົວ ຢືນຢັນວ່ານັກມວຍໃນຄວາມເບິ່ງແຍງຂອງລາວກຽມກັບຄືນດ້ວຍການຂຶ້ນຊົກກັບ ເຈີເມນ ແຟຣັງຄລິນ ນັກຊົກຊາວອາເມລິກາທີ່ ໂອທູ ອາຣີນາ ນະຄອນຫລວງລອນດອນ ປະເທດອັງກິດວັນທີ 1 ເມສາ ແລະ ຈະມີການຖະແຫລງຂ່າວຢ່າງເປັນທາງ ການໃນອາທິດໜ້າຕໍ່ໄປ.
“ ມັນເປັນນັດທີ່ຍາກລຳບາກ ດ້ວຍຄວາມກົດດັນຫລາຍທີ່ຕ້ອງກັບມາ ເພາະຖ້າ ເອເຈ ບໍ່ຊະນະຄັ້ງນີ້ ເຮົາກໍພົບບັນຫາໃຫຍ່ແລ້ວ ” ເຮີນ ກ່າວເຖິງນັດທີ່ ຊົກຂອງ ໂຈຊົວ ທີ່ພວມມາເຖິງ.