ແມນຢູ ກຽມມອບລາງວັນປີກດາວຮຸ່ງດ້ວຍສັນຍາຍາວເຖິງປີ 2028

ແມນເຊສເຕີ ຢູໄນເຕັດ ທີມແຊ໊ມພຣີເມຍລີກ 13 ສະໄຫມ ກຽມທີ່ຈະມອບສັນຍາໄລຍະຍາວສະບັບໃຫມ່ໃຫ້ກັບ ອະເລຮານໂດຣ ການາໂຊ ປີກດາວຮຸ່ງທີ່ສະແດງຜົນງານໄດ້ດີພາຍໃຕ້ການຄຸມທີມຂອງອີຣິກ ເທນ ຮາກ ໃນລະດູການນີ້ ຕາມລາຍງານຈາກ ແມນເຊສເຕີ ອິຟນິງນີວ.
ນັກເຕະອາຍຸ 18 ປີກາຍເປັນຕົວທີ່ເດັດຂອງທີມ ແມນເຊສເຕີ ໃນໄລຍະຫລັງ ໂດຍສ່ວນໃຫຍ່ມັກຖືກສົ່ງລົງຫລິ້ນເປັນຕົວສຳຮອງ ແລະ ເຮັດໄດ້ດີຢູ່ເລື້ອຍໆ ໂດຍສະເພາະໃນເກມທີ່ແອສຊິສໃຫ້ກັບ ມາຄັສ ແຣສຟອດ ຍິງປະຕູໄຊເອົາຊະນະ ແມນເຊສເຕີ ຊິຕີ ໄປໄດ້ 2-1 ເມື່ອກາງເດືອນມັງກອນທີ່ຜ່ານມາ.
ດ້ວຍເຫດຜົນນີ້ ມີລາຍງານຈາກ ອາສ ສື່ຊື່ດັງຂອງສະເປນເປີດເຜີຍວ່າ ແມນຢູ ໄດ້ກຽມສັນຍາສະບັບໃຫມ່ໃຫ້ກັບ ການາໂຊ ເຊິ່ງຫາກທຸກຢ່າງບໍ່ມີບັນຫາ ກໍຈະເຮັດໃຫ້ລາວຫລິ້ນໃນຖິ່ນ ໂອນ ແທຣບຟອດ ຈົນເຖິງປີ 2028.
ສຳລັບສັນຍາສະບັບປັດຈຸບຂອງນັກເຕະອາເຈນຕີນາໃກ້ຈະຫມົດລົງໃນເດືອນມິຖຸນາ 2024 ໃນຂະນະທີ່ລະດູການນີ້ລາວລົງຫລິ້ນໃຫ້ກັບ ແມນຢູ ລວມທຸກລາຍການໄປທັງຫມົດ 23 ນັດ ຍິງໄດ້ 2 ປະຕູກັບ 5 ແອສຊິສ.