ປກສ ເມືອງປາກຊັນ ສຶກສາອົບຮົມ ກຸ່ມໄວໝຸ່ມ ມົ້ວສຸມ ສານເສບຕິດ ນໍ້າກະທ້ອມ ຈຳນວນ 6 ຄົນ
ວັນທີ 2 ກຸມພາ 2023 ຢູ່ຫ້ອງການພະເເນກຕໍາຫຼວດ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊໄດ້ສຶກສາອົບຮົມ ກຸ່ມໄວໝຸ່ມ ມົ້ວສຸມ ສານເສບຕິດ (ນໍ້າກະທ້ອມ) ຈຳນວນ 6 ຄົນ.
ເຈົ້າໜ້າທີ່ ປກສ ເມືອງປາກຊັນໃຫ້ຮູ້ວ່າ: ໃນວັນທີ 31 ມັງກອນ 2023 ທາງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກຊັນ ໄດ້ລົງມ້າງກຸ່ມມົ້ວສຸມສານເສບຕິດ (ນໍ້າກະທ້ອມ) ທີ່ບ້ານອານຸສອນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ຜ່ານການປະຕິບັດໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ຈໍານວນ 6 ຄົນຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວມາສືບສວນ-ສອບສວນ ຢູ່ກອງບັນຊາການ ປກສ ເມືອງປາກຊັນ.
ຜ່ານການສືບສວນ-ສອບສວນ ພວກກ່ຽວຍອມຮັບສາລະພາບວ່າ: ໄດ້ເລີ່ມພົວພັນ ເສບສານເສບຕິດນ້ຳກະທ້ອມ ໃນໄລຍະເດືອນມັງກອນເປັນຕົ້ນມາ, ສ່ວນໃບກະທ້ອມແມ່ນອອກເງິນກັນຜູ້ລະ 30.000 ກີບ ພາຍຫລັງໄດ້ຮັບເງິນມາແລ້ວ ພວກກ່ຽວໄດ້ໄປຊື້ໃບກະທ້ອມ ຢູ່ບ້ານ ສີວິໄລ ເມືອງປາກຊັນ 2 ຄັ້ງ, ຄັ້ງລະ 1 ຊຸດ, ຊຸດລະ 85.000 ກີບ ຫລັງຈາກໄດ້ໃບກະທ້ອມມາແລ້ວພວກກ່ຽວກໍໄດ້ພາກັນຕົ້ມແລ້ວດື່ມ, ຄັ້ງສຸດທ້າຍໃນວັນທີ 31 ມັງກອນ 2023 ພວກກ່ຽວທັງ 6 ຄົນກໍໄດ້ພາກັນຊື້ມາຕົ້ມອີກ ມາຮອດ ເວລາ 22 ໂມງ ພວກກ່ຽວກໍໄດ້ຖືກເຈົ້າໜ້າທີ່ກັກຕົວ ພ້ອມທັງກວດກາບໍລິເວນເຮືອນ ພົບເຫັນນ້ຳກະທ້ອມທີ່ຕົ້ມສຳເລັດແລ້ວ 1 ໝໍ້ ຈຳນວນ 10 ລິດ ພ້ອມອຸປະກອນການຕົ້ມຈຳນວນໜຶ່ງ ຈາກນັ້ນເຈົ້າໜ້າທີ່ຈຶ່ງນຳຕົວມາສຶກສາອົບຮົມ.