ປີ 2023 ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ຈະແກ້ໄຂບັນຫາຄູເຫລືອບໍ່ພໍ ແລະ ບັນຫາຄູອາສາສະໝັກ ໂດຍອີງຕາມ 5 ມາດຕະການ

ທ່ານ ອ໊ອດ ແສງພິມ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາ ແລະ ກີລາແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ທີ່ດຳເນີນຂຶ້ນ ໃນລະຫວ່າງວັນທີ 31 ມັງກອນ ຫາ ວັນທີ 3 ກຸມພາ 2023 ນີ້ວ່າ: ປີ 2023 ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ຈະແກ້ໄຂບັນຫາກ່ຽວກັບຄູ ເພື່ອເຮັດໃຫ້ບັນຫາຄູທີ່ແກ່ຍາວຖືກແກ້ໄຂ ແລະ ເປັນການສ້າງພື້ນຖານການປັບປຸງຄຸນນະພາບການສຶກສາໃຫ້ມີລັກສະນະຍືນຍົງໃນຕໍ່ໜ້າ ໂດຍໄດ້ມີ 5 ມາດຕະການລະອຽດດັ່ງນີ້:
1). ການຄັດເລືອກບັນຈຸ ແລະ ສັບຊ້ອນຄູໃຫ້ຫ້ອງການສຶກສາເມືອງ ແລະ ໂຮງຮຽນມີສ່ວນຮ່ວມຫຼາຍຂື້ນ
2). ເຂັ້ມງວດໃນການຮັບຄູອາສາສະໝັກຢູ່ແຕ່ລະເມືອງ ແລະ ໂຮງຮຽນເພື່ອຫຼຸດຜ່ອນຄູອາສາສະໝັກ
3). ສືບຕໍ່ສັບຊ້ອນ ແລະ ຈັດສັນ ອາສາສະໝັກໄປສອນໃນໂຮງຮຽນທີ່ຂາດຄູ ເພື່ອມີເງື່ອນໄຂໃນການບັນຈຸເຂົ້າເປັນລັດຖະກອນ
4). ສືບຕໍ່ຄົ້ນຄວ້າຄູອາສາສະໝັກທີ່ສອນມາໄດ້ຫຼາຍປີ, ອາຍຸກະສຽນສູງ ໃຫ້ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນ
5). ສືບຕໍ່ ຄົ້ນຄວ້າເອົາຄູອາສາສະໝັກມາເຝິກອົບຮົມ ຫຼື ຍົກລະດັບຢູ່ວິທະຍາໄລຄູ ພາຍຫຼັງຮຽນຈົບແລ້ວຈະໄດ້ພິຈາລະນາ ບັນຈຸເຂົ້າເປັນລັດຖະກອນຄູຕາມລະບຽບການ;
ນອກນີ້ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ເພື່ອສືບຕໍ່ຮັກສາບັນດາຄາດໝາຍທີ່ບັນລຸ, ຊຸກຍູ້ບັນດາຄາດໝາຍທີ່ບໍ່ບັນລຸໃຫ້ມີຖ່ວງທ່າດີຂື້ນ ແລະ ປັບປຸງຄຸນນະພາບຂອງການສຶກສາໃນທຸກຊັ້ນ ທຸກສາຍ, ພະແນກສຶກສາທິການ ແລະ ກີລາແຂວງ ຈະສືບຕໍ່ສະໜອງອຸປະກອນຮັບໃຊ້ ການຮຽນ-ການສອນ ແລະ ບັນຈຸສັບຊ້ອນຄູສອນ, ສືບຕໍ່ລົງກວດກາ ແລະ ຕິດຕາມປັບປຸງຄຸນນະພາບ ການຮຽນ-ການສອນ ໃນສາຍສາມັນສຶກສາ, ສືບຕໍ່ປຸກລະດົມສັງຄົມ-ຊຸມຊົນ ເພື່ອຊອກຫາແຫຼ່ງທືນມາສ້ອມແປງ, ປຸກສ້າງອາຄານຮຽນທີ່ເປ່ເພ ແລະ ບໍ່ໄດ້ມາດຕະຖານ, ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບນິເທດ ໂດຍເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ການສິດສອນຂອງຄູໃນທຸກຮູບແບບ ພ້ອມທັງປັບປຸງລະບົບກຸ່ມໂຮງຮຽນຄືນໃໝ່, ສືບຕໍ່ພັດທະນາຂອດການປະເມີນຜົນການຮຽນຂອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມ ເອົາໃຈໃສ່ຈັດຕັ້ງປະຕິບັດການສຶກສາພາກບັງຄັບ ຊັ້ນມັດທະຍົມຕອນຕົ້ນໃຫ້ປະກົດຜົນເປັນຈິງ ໂດຍເພີ່ມການເຂົ້າຮຽນໃນຊັ້ນມັດທະຍົມຕອນຕົ້ນໃຫ້ຫຼາຍຂຶ້ນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ລວມທັງສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິຫານ ແລະ ຄຸ້ມຄອງໃນແຕ່ລະຂັ້ນ ແລະ ໂຮງຮຽນໃຫ້ດີຂື້ນ, ກຳນົດຕຳແໜ່ງງານໃຫ້ເໝາະສົມກັບວິຊາສະເພາະທີ່ຕ້ອງການ ແລະ ສອດຄ່ອງກັບໜ້າວຽກຕົວຈິງ, ສືບຕໍ່ປັບປຸງລະບົບການສ້າງແຜນການ, ແຜນງົບປະມານ ແລະ ການຄຸ້ມຄອງຂໍ້ມູນການສຶກສາ ແລະ ກິລາ ໃຫ້ທັນສະໄໝ, ມີການເຊື່ອມໂຍງ ແລະ ເອກະພາບດ້ານຂໍ້ມູນ ສາມາດຮັບໃຊ້ການຕິດຕາມປະເມີນຜົນ ແລະ ກໍານົດນະໂຍບາຍຂອງຂະແໜງສຶກສາ ແລະ ກິລາ, ສືບຕໍ່ສ້າງຂະບວນການອອກກຳລັງກາຍເພື່ອສຸຂະພາບ ແລະ ເຂົ້າຮ່ວມການແຂ່ງຂັນກິລາ ປະເພດຕ່າງໆທີ່ສູນກາງ, ເມືອງ ແລະ ແຂວງ ຈັດຂື້ນ, ສືບຕໍ່ສົ່ງເສີມການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອຊຸກຍູ້ປະສິດທິພາບໃນການຄຸ້ມຄອງບໍລິຫານການສຶກສາ ແລະ ກິລາ, ສືບຕໍ່ເຝິກອົບຮົມວິຊາຊີບຂັ້ນພື້ນຖານ ແລະ ເຕັກນິກວິຊາການທີ່ຫຼາກຫຼາຍໃຫ້ກຸ່ມເປົ້າໝາຍຂອງການສຶກສານອກໂຮງຮຽນ ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂື້ນ.