ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ

ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ - Musharraf 696x392 1 - ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ
ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ - kitchen vibe - ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ

ນາຍພົນ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວລວມອາຍຸ 79 ປີ ໃນວັນທີ 5 ກຸມພາ ຢູ່ນະຄອນດູໄບ ສະຫະລັດອາຣັບເອມິເຣດ ຫລັງປິ່ນປົວອາການບໍ່ສະບາຍມາຢ່າງຍາວນານ ໂດຍຈະມີການນຳເອົາສົບກັບໄປຈັດພິທີທາງສາສະໜາຢູ່ປາກິດສະຖານໃນວັນທີ 6 ກຸມພານີ້ ຕາມເວລາທ້ອງຖິ່ນ.

ທ່ານ ມູຊາຣາບ ເຄີຍເປັນຜູ້ນຳໃນການກໍ່ລັດຖະປະຫານເມື່ອປີ 1999 ແລະ ເຄີຍດຳລົງຕຳແໜ່ງປະທານາທິບໍດີຄົນທີ 10 ຂອງປາກິດສະຖານນັບແຕ່ກາງປີ 2001-2008, ທ່ານລອດຊີວິດຈາກເຫດລອບສັງຫານຫລາຍຄັ້ງ ຫລັງຈາກທ່ານ ມູຊາຣາບ ສະໜັບສະໜູນການເຮັດສົງຄາມຕໍ່ຕ້ານການກໍ່ການຮ້າຍ (War on Terror) ຂອງອາເມລິກາ ພາຍຫລັງເຫດວິນາດສະກຳ 9/11 ເຖິງວ່າຈະໄດ້ຮັບສຽງຄັດຄ້ານຈາກພາຍໃນປະເທດກໍຕາມ.

ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ - Visit Laos Visit SALANA BOUTIQUE HOTEL - ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ
ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ - Visit Laos Visit SALANA BOUTIQUE HOTEL - ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ

ໃນປີ 2008 ທ່ານເສຍໄຊການເລືອກຕັ້ງ ແລະ ເດີນທາງອອກນອກປະເທດ ກ່ອນໃນປີ 2013 ຈະກັບມາເພື່ອລົງຫລິ້ນການເມືອງລະດັບປະເທດອີກ, ແຕ່ຖືກຕັ້ງຂໍ້ຫາກະບົດ ຫລັງຈາກຄວາມພະຍາຍາມລົ້ມລ້າງລັດຖະທຳມະນູນຈາກການປະກາດສະຖານະການສຸກເສີນໃນວັນທີ 3 ພະຈິກ 2007 ໂດຍບໍ່ຖືກຕ້ອງ, ທ່ານສູ້ຄະດີກ່ອນຈະຕັດສິນໃຈເດີນທາງໄປດູໄບໃນປີ 2016 ເພື່ອປິ່ນປົວອາການບໍ່ສະບາຍນັບແຕ່ນັ້ນມາ.

ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ - 5 - ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ
ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ - 3 - ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ
ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ - 4 - ທ່ານ ເປີເວດ ມູຊາຣາບ ອະດີດປະທານາທິບໍດີປາກິດສະຖານ ເສຍຊີວິດແລ້ວ