ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ

ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ - kitchen vibe - ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ

ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ເມືອງມຸນລະປະໂມກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 13 ພະຈິກ 2022 ໄດ້ຮັບການລາຍງານຈາກ ປກສ ກຸ່ມ 6 ເຊລຳເພົາ ວ່າມີປະຊາຊົນ ບ້ານທ່າກັງ ເມືອງມຸນລະປະໂມກ ນອນເຈັບຢູ່ຖຽງນາ ພາຍຫລັງໄດ້ຮັບລາຍງານແລ້ວ ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງລົງຊັນນະສູດສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນຈຶ່ງຮູ້ວ່າຜູ້ກ່ຽວ ຖືກຜູ້ເປັນຜົວທຳຮ້າຍຮ່າງກາຍແລ້ວໄປປະໄວ້ຢູ່ຖຽງນາ ເຮັດໃຫ້ເສຍຊີວິດໃນເວລາຕໍ່ມາ. ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ຈູມ ສີວິໄລ ອາຍຸ 57 ປີ ບ້ານທ່າກັງ ເມືອງມຸນລະປະໂມກ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ໄດ້ຮູ້ວ່າ: ທ້າວ ຈູມ (ຜູ້ກໍ່ເຫດ) ແລະ ນາງ ໜິງ (ຜູ້ເສຍຊີວິດ) ທັງສອງໄດ້ສ້າງຄອບຄົວໃນປີ 1990, ມີລູກຮ່ວມກັນ 4 ຄົນ. ຈາກເຫດການວັນທີ 12 ພະຈິກ 2022 ທ້າວ ຈູມ ໄດ້ເອົາເງິນໃນຖົງເສື້ອຂອງ ນາງ ໜິງ ຈຳນວນ 1.500.000 ກີບ ເພື່ອຈະໄປຫລິ້ນໄພ້ຢູ່ເຮືອນດີ ເຂດບ້ານທັນລາດ ເມືອງມຸນລະປະໂມກ ແລະ ເວລານັ້ນໄດ້ເກີດມີການຜິດຖຽງກັນແລ້ວ ທ້າວ ຈູມ ໄດ້ຍ່າງໄປເຮືອນດີ ພ້ອມດ້ວຍເງິນຈຳນວນດັ່ງກ່າວ, ເມື່ອໄປຮອດເຮືອນດີແລ້ວຜູ້ກ່ຽວໄດ້ດື່ມເຫລົ້າຂາວຈົນເມົາ, ຮອດເວລາ 18:00 ໂມງ ນາງ ໜິງ ໄດ້ຍ່າງມານຳ ທ້າວ ຈູມ ຢູ່ເຮືອນດີແລ້ວໄດ້ມີການຜິດຖຽງກັນອີກ. ເຊິ່ງພວກກ່ຽວທັງສອງໄດ້ຍ່າງອອກມາຮອດຖຽງນາຂອງ ທ້າວ ສີ ຄົນບ້ານດຽວກັນ, ແລ້ວຜູ້ເປັນເມຍໄດ້ຮ້າຍດ່າຜົວຕື່ມອີກເຮັດໃຫ້ຜູ້ກ່ຽວມີຄວາມຢາກຮ້າຍຈຶ່ງໄດ້ເອົາໄມ້ຍາວປະມານ 50 ຊັງຕີແມັດ ຕີໃສ່ຫົວຜູ້ເປັນເມຍ 1 ບາດ ຈົນລົ້ມລົງ, ຈາກນັ້ນໄດ້ລາກເອົາໄປໄວ້ຢູ່ຖຽງນາ ແລ້ວຕົນຍ່າງມານອນຢູ່ເຮືອນ.

ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ - Visit Laos Visit SALANA BOUTIQUE HOTEL - ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ
ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ - Visit Laos Visit SALANA BOUTIQUE HOTEL - ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ

ຕໍ່ມາວັນທີ 13 ພະຈິກ 2022 ຜູ້ກໍ່ເຫດໄດ້ຂີ່ລົດຕ໋ອກໆນຳຄົນບ້ານດຽວກັນໄປເຮືອນດີ (ບ່ອນເກົ່າ) ຮອດເວລາ 14:00 ໂມງ ຂອງວັນດຽວກັນໄດ້ມີ ທ້າວ ແຍນ ຄົນບ້ານດຽວກັນມາບອກ ທ້າວ ຈູມ ວ່າ ເມຍ ໄດ້ຮັບບາດເຈັບນອນຢູ່ຖຽງນາ ຂອງ ທ້າວ ສີ, ຜູ້ເປັນຜົວຈຶ່ງອອກໄປເບິ່ງ ແລະ ເຫັນເມຍນອນໝົດສະຕິຢູ່ ພ້ອມນັ້ນທາງຍາດພີ່ນ້ອງພ້ອມດ້ວຍອຳນາດການປົກຄອງບ້ານໄດ້ນຳເອົາ ນາງ ໜິງ ມາໄວ້ເຮືອນ ເມື່ອຮອດເວລາ 17:00 ໂມງ ຂອງວັນດຽວກັນໄດ້ເສຍຊີວິດ ແລະ ທາງເຈົ້າໜ້າທີ່ຈຶ່ງກັກຕົວ ທ້າວ ຈູມ ມາດຳເນີນຄະດີຕາມ ລະບຽບກົດໝາຍ.

ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ - 4 - ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ
ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ - 5 - ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ
ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ - 3 - ດື່ມເຫລົ້າເມົາກັບມາ ແລ້ວຜິດຖຽງກັນ ຈຶ່ງໃຊ້ໄມ້ຟາດຫົວເມຍຈົນເສຍຊີວິດ