ສາທາລະນະສຸກ ເມືອງສາລະວັນ ທຳລາຍສິນຄ້າເສື່ອມຄຸນ ໝົດອາຍຸ ແລະ ສິນຄ້າຕ້ອງຫ້າມ
February 7, 2023 - 2:54 PM
ວັນທີ 1 ກຸມພາ 2023 ຜ່ານມາ, ທ່ານ ແສງດາວວີ ສີອ່ອນສາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງສາລະວັນ, ຜູ້ຊີ້ນຳອາຫານ ແລະ ຢາ ໃຫ້ຮູ້ວ່າ: ຈຸດປະສົງໃນການທຳລາຍສິນຄ້າໃນຄັ້ງນີ້ ແມ່ນເພື່ອເລັງໃສ່ຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານ ເພື່ອຮັບປະກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ການປົກປ້ອງ ສົ່ງເສີມ ແລະ ສະໜັບສະໜູນທາງດ້ານໂພຊະນາການທີ່ມີຄຸນປະໂຫຍດ ແລະ ປອດໄພໃຫ້ແກ່ຜູ້ຊົມໃຊ້.
ສຳລັບເຄື່ອງທີ່ນຳມາທຳລາຍໃນຄັ້ງນີ້ປະກອບມີເຂົ້າໜົມ, ໝີ່, ນ້ຳອັດລົມ, ນົມ, ດີໂດ້, ສິນຄ້າປະເພດປຸງແຕ່ງອາຫານ ແລະ ປະເພດສິ່ງຕ້ອງຫ້າມທີ່ບໍ່ອະນຸຍາດໃຫ້ນຳເຂົ້າໂດຍສະເພາະແມ່ນຢາສູບອີຊີ ລວມມູນຄ່າ 4 ລ້ານກວ່າກີບ ທີ່ກັກເກັບໄດ້ຢູ່ຮ້ານຂາຍຍ່ອຍຕາມເມືອງສາລະວັນໃນລະຫວ່າງວັນທີ 16-23 ທັນວາ 2023 ທີ່ຜ່ານມາ.