ປີ 2022 ເສດຖະກິດອິນໂດເນເຊຍ ເຕີບໃຫຍ່ສູງສຸດໃນຮອບ 9 ປີ

ສໍານັກງານສະຖິຕິຂອງອິນໂດເນເຊຍ ເປີດເຜີຍວ່າ: ເສດຖະກິດຂອງປະເທດຂະຫຍາຍຕົວ 5,31% ໃນປີ 2022 ເຊິ່ງຄິດເປັນອັດຕາສູງສຸດໃນໄລຍະ 9 ປີຜ່ານມາ ໂດຍໄດ້ຮັບແຮງໜຸນຈາກການເຕີບໃຫຍ່ 5,01% ໃນແຕ່ລະປີ ໃນໄຕມາດ 4 ຂອງປີ 2022.
ວັນທີ 6 ກຸມພາ, ທ່ານ ມາໂກ ຢູໂວໂນ ຜູ້ອໍານວຍການສໍານັກງານສະຖິຕິຂອງອິນໂດເນເຊຍ ຖະແຫລງຂ່າວວ່າ: ການເຕີບໃຫຍ່ທາງເສດຖະກິດຂອງອິນໂດເນເຊຍກັບສູ່ລະດັບ 5 ຄືໄລຍະກ່ອນການລະບາດໃຫຍ່ຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໂດຍລວມຍອດຜະລິດຕະພັນພາຍໃນ (GDP) ກ່ອນການລະບາດໃຫຍ່ໃນປີ 2019 ຢູ່ລະດັບ 5,02% ຕໍ່ມາຫລຸດລົງ 2,07% ໃນປີ 2020 ແລະ ປັບເພີ່ມຂຶ້ນ 3,07% ໃນປີ 2021.
ການເຕີບໃຫຍ່ໃນປີ 2022 ສ່ວນຫລາຍຖືກຂັບເຄື່ອນໂດຍຂະແໜງການຂົນສົ່ງ, ການບໍລິໂພກໃນຄອບຄົວ ເຊິ່ງກວມອັດຕາສ່ວນຫລາຍກວ່າເຄິ່ງໜຶ່ງຂອງ GDP ອິນໂດເນເຊຍ ແລະ ການສົ່ງອອກທີ່ເພີ່ມຂຶ້ນ ເນື່ອງຈາກລາຄາສິນຄ້າອຸປະໂພກ-ບໍລິໂພກສູງຂຶ້ນ.
ທ່ານ ຢູໂວໂນ ລະບຸວ່າ: ການຂະຫຍາຍຕົວຊ້າຂອງເສດຖະກິດໂລກຈະດໍາເນີນຕໍ່ໄປໃນປີນີ້, ຂະນະທີ່ທະນາຄານກາງອິນໂດເນເຊຍຄາດວ່າເສດຖະກິດຂອງປະເທດຈະເຕີບໃຫຍ່ໃນລະດັບ 4,5-5,3% ໃນປີ 2023.