ທີມໃນພຣີເມຍລີກ ພ້ອມໃຈກັນຮ້ອງຂັບໄລ່ ແມນຊິຕີ ໃຫ້ພົ້ນລີກ ປະເດັນເຮັດຜິດກົດການເງິນ




ສື່ໃນອັງກິດເປີດເຜີຍວ່າ ທີມໃນພຣີເມຍລີກຫລາຍສະໂມສອນຕ້ອງການໃຫ້ ແມນເຊສເຕີ ຢູໄນເຕັດ ຖືກຂັບອອກຈາກລີກ ຫາກພິສູດແລ້ວ່າພວກເຂົາ ລະເມີດກົດດ້ານການເງິນແທ້.
ສຳລັບ ແມນເຊສເຕີ ຊິຕີ ຖືກພຣີເມຍລີກ ຕັ້ງຂໍ້ຫາວ່າລະເມີດກົດດ້ານການເງິນຫລາຍກວ່າ 100 ຄັ້ງ ຕະຫລອດໄລຍະ 9 ປີທີ່ຜ່ານມາ ຫລື ລະຫວ່າງລະດູ ການ 2009-2010 ເຖິງ 2017-2018.
ໂດຍຫາກຄະນະກຳມະການອິດສະລະເຂົ້າສອບສວນ ແລະ ພິສູດແລ້ວວ່າ ພວກເຂົາມີຄວາມຜິດໃນເລື່ອງນີ້ແທ້ ກໍສົ່ງຜົນໃຫ້ພວກເຂົາຖືກບົດລົງໂທດທັງ ການປັບເງິນ, ຕັດຄະແນນ, ຍຶດແຊ໊ມ, ປັບຕົກຊັ້ນ ແລະ ຂັບໄລ່ອອກຈາກລີກ ເຊິ່ງບົດລົງໂທດທີ່ຮ້າຍແຮງທີ່ສຸດ.
ຫລ້າສຸດ Sky Sport ສື່ຊື່ດັງຂອງອັງກິດລະບຸວ່າ ທີມໃນພຣີເມຍລີກຫລາຍສະໂມສອນຕ້ອງການໃຫ້ ແມນຊິຕີ ຖືກຂັບອອກຈາກລີກ ຫາກພິສູດແລ້ວ່າ ພວກເຂົາມີຄວາມຜິດແທ້ໃນກໍລະນີດັ່ງກ່າວ ໂດຍສະເພາະທີມທີ່ຢູ່ໃນກຸ່ມໃຫຍ່ເຊ່ັນ : ແມນເຊສເຕີ ຢູໄນເຕັດ, ລີເວີພູລ, ອາເຊນອລ, ເຊລຊີ ແລະ ທັອດແນມ ຮັອດສະເປີ.
ແນວໃດກໍຕາມມີລາຍງານເພີ່ມວ່າ ແມນຊິຕີ ກຽມຈ້າງທະນາຍເກ່ັງ ເດວິດ ແພນນິກ ເຊິ່ງເຄີຍຮັບບົດເປັນທີ່ປຶກສາຂອງ ບໍຣິສ ຈອນສັນ ອະດີດນັກ ຍົກລັດຖະມົນຕີອັງກິດສະໄຫມຍັງດຳລົງຕຳແໜ່ງ ແລະ ມີຄ່າຈ້າງສູງສຸດເຖິງຊົ່ວໂມງລະ 5,000 ປອນ ໃຫ້ເຂົ້າມາຊ່ວຍເບິ່ງແຍງໃນຂໍ້ກ່າວຫາທີ່ເກີດຂຶ້ນ.