ໜ່ວຍກູ້ໄພເລັ່ງຊ່ວຍເຫລືອເຫຍື່ອແຜ່ນດິນໄຫວໃນຕວກກີ ແລະ ຊີເຣຍ ຂະນະທີ່ຈໍານວນຜູ້ເສຍຊີວິດເພີ່ມສູງເຖິງ 7.800 ຄົນ

ຈໍານວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຮຸນແຮງທາງຕອນໃຕ້ຂອງຕວກກີ ແລະ ຊີເຣຍເພີ່ມສູງເຖິງ 7.800 ຄົນແລ້ວ. ຂະນະທີ່ໜ່ວຍກູ້ໄພກໍາລັງເຮັດວຽກແຂ່ງກັບເວລາ ເພື່ອຄົ້ນຫາຜູ້ລອດຊີວິດອອກຈາກຊາກອາຄານທີ່ພັງລົງມາ ທ່າມກາງສະພາບອາກາດທີ່ໜາວເຢັນ ເຊິ່ງເຮັດໃຫ້ປະຕິບັດການຊ່ວຍເຫລືອເປັນໄປຢ່າງຍາກລໍາບາກ ລວມທັງກະທົບຕໍ່ໂອກາດລອດຊີວິດຂອງຜູ້ປະສົບໄພ.
ໂດຍໃນວັນທີ 6 ກຸມພາຜ່ານມາ, ເກີດເຫດແຜ່ນດິນໄຫວຮຸນແຮງແມກນິຈູດ 7,38 ຂຶ້ນຢູ່ຕວກກີ ຖືເປັນໜຶ່ງໃນເຫດແຜ່ນດິນໄຫວຮຸນແຮງທີ່ສຸດໃນຮອບກວ່າ 100 ປີ ທີ່ພາກພື້ນນີ້ເຄີຍຜະເຊີນມາ. ຂະນະທີ່ແຮງສັ່ນສະເທືອນຮັບຮູ້ໄດ້ເຖິງລີບັງ, ຊີເຣຍ, ໄຊປຣັສ ແລະ ອິດສະລາແອນ ກ່ອນຈະເກີດແຜ່ນດິນໄຫວຂະໜາດໃຫຍ່ເຖິງແມກນິຈູດ 7,5 ອີກ ລວມທັງອາບເຕີຊ໊ອກອີກຢ່າງໜ້ອຍ 100 ຄັ້ງ ເຊິ່ງມີຢ່າງໜ້ອຍ 3 ຄັ້ງທີ່ເປັນແຜ່ນດິນໄຫວແມກນິຈູດ 6,0 ຂຶ້ນໄປ.
ທ່ານ ຟູອັດ ອ໊ອກເຕ ຮອງປະທານາທິບໍດີຕວກກີ ເປີດເຜີຍວ່າ: ຈໍານວນຜູ້ເສຍຊີວິດໃນຕວກກີເພີ່ມຂຶ້ນເປັນ 5.894 ຄົນ, ສ່ວນຜູ້ໄດ້ຮັບບາດເຈັບມີຫລາຍກວ່າ 34.000 ຄົນ ໂດຍມີອາຄານທີ່ໄດ້ຮັບຄວາມເສຍຫາຍ 5.775 ຫລັງ. ຂະນະທີ່ຢູ່ຊີເຣຍຈໍານວນຜູ້ເສຍຊີວິດມີຢ່າງໜ້ອຍ 1.932 ຄົນ.
ພາຍຫລັງເກີດເຫດ, ປະທານາທິບໍດີ ເຣເຈບ ໄຕຢິບ ແອໂດອັນ ຜູ້ນໍາຕວກກີ ໄດ້ປະກາດສະຖານະການສຸກເສີນໃນ 10 ແຂວງ ພ້ອມສົ່ງເຈົ້າໜ້າທີ່ກູ້ໄພ 12.000 ກວ່າຄົນອອກປະຕິບັດໜ້າທີ່ ລວມທັງທະຫານອີກ 9.000 ຄົນ ແລະ ໄດ້ຮັບການຊ່ວຍເຫລືອຈາກ 70 ກວ່າປະເທດ, ແຕ່ເຖິງຢ່າງນັ້ນ ປະຊາຊົນໃນຫລາຍເມືອງທີ່ໄດ້ຮັບຜົນກະທົບໜັກຈາກແຜ່ນດິນໄຫວຕ່າງສະແດງຄວາມບໍ່ພໍໃຈຕໍ່ລັດຖະບານ ລວມທັງຄວາມສິ້ນຫວັງໃນຊີວິດ ໂດຍພວກເຂົາເບິ່ງວ່າລັດຖະບານຕອບສະໜອງຕໍ່ເຫດການຊັກຊ້າເກີນໄປ ອີກທັງຊັບພະຍາກອນຊ່ວຍເຫລືອກໍບໍ່ພຽງພໍ ໂດຍເຫດແຜ່ນດິນໄຫວຄັ້ງນີ້ຂ້າຊີວິດຊາວຕວກກີໄປຫລາຍທີ່ສຸດນັບແຕ່ປີ 1999.
ອ້າງອີງ: