ນັກໂທດ 20 ຄົນຫລົບໜີອອກຈາກຄຸກໃນຊີເຣຍ ຫລັງເກີດແຜ່ນດິນໄຫວຮຸນແຮງ ຄາດເປັນສະມາຊິກກຸ່ມ IS
February 8, 2023 - 2:45 PM


ສໍານັກຂ່າວ AFP ລາຍງານວ່າ: ກຸ່ມນັກໂທດໄດ້ກໍ່ເຫດຈະລາຈົນໃນຄຸກທາງຕາເວັນຕົກສຽງເໜືອຂອງຊີເຣຍ ເຊິ່ງຖືກໃຊ້ເປັນບ່ອນກັກຂັງສະມາຊິກກຸ່ມ IS ຈໍານວນຫລາຍ ຫລັງເກີດເຫດແຜ່ນດິນໄຫວຮຸນແຮງໃນວັນທີ 6 ກຸມພາ ໂດຍມີນັກໂທດຢ່າງໜ້ອຍ 20 ຄົນທີ່ຫລົບໜີອອກມາໄດ້.
ເຫດການດັ່ງກ່າວເກີດຂຶ້ນຢູ່ຄ້າຍຄຸມຂັງທະຫານໃນເມືອງຣາໂຈ ເຊິ່ງຢູ່ໃກ້ຊາຍແດນຕວກກີ ໂດຍສະຖານທີ່ດັ່ງກ່າວມີນັກໂທດທັງໝົດປະມານ 2.000 ຄົນ ເຊິ່ງໃນຈໍານວນດັ່ງກ່າວມີນັກໂທດປະມານ 1.300 ຄົນທີ່ຖືກສົງໄສວ່າເປັນສະມາຊິກຂອງກຸ່ມ IS.
ເຈົ້າໜ້າທີ່ຂອງຄ້າຍຄຸມຂັງຣາໂຈເປີດເຜີຍວ່າ: ຫລັງເກີດແຜ່ນດິນໄຫວຂຶ້ນຢູ່ຕວກກີ ແລະ ມີແຮງສັ່ນສະເທືອນມາເຖິງຊີເຣຍ ເມືອງຣາໂຈກໍໄດ້ຮັບຜົນກະທົບນໍາ ຫລັງຈາກນັ້ນນັກໂທດເລີ່ມກໍ່ຈະລາຈົນ ແລະ ເຂົ້າຢຶດພື້ນທີ່ຕ່າງໆຂອງຄ້າຍຄຸມຂັງ ໂດຍມີນັກໂທດໜີໄປໄດ້ປະມານ 20 ຄົນ ເຊິ່ງເຊື່ອວ່າເປັນນັກຮົບຂອງກຸ່ມ IS.
ອ້າງອີງ: