ປະສາດຫລອນຍ້ອນເສບຢາບ້າຫລາຍເກີນຂະໜາດ ແລ້ວພະຍາຍາມຂ້າຫລາຍຄົນແຕ່ບໍ່ສຳເລັດ

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫລວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 12 ພະຈິກ 2022 ເວລາປະມານ 7:00 ໂມງ ຢູ່ບ້ານດອນນາງຄວັດ ເມືອງໂຂງ ແຂວງຈຳປາສັກ ໄດ້ມີເຫດການຜູ້ຊາຍຄົນໜຶ່ງມີອາການປະສາດຫລອນຍ້ອນເສບຢາບ້າຫລາຍ ແລ້ວພະຍາຍາມຂ້າຄົນອື່ນ ເຮັດໃຫ້ມີຜູ້ບາດເຈັບສາຫັດຫລາຍຄົນ, ເຊິ່ງຜູ້ກໍ່ເຫດໃນຄັ້ງນີ້ແມ່ນທ້າວ ສົມສັກ ອາຍຸ 38 ປີ, ຊາວນາ ບ້ານດອນນາງຄວັດ ເມືອງໂຂງ ແຂວງຈຳປາສັກ.
ຜ່ານການສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບວ່າ: ຕົນໄດ້ພົວພັນເສບຢາເສບຕິດປະເພດຢາບ້າມາແຕ່ປີ 2021 ເປັນຕົ້ນມາ, ໂດຍໃນ 1 ທິດເສບຢາ 4-5 ຄັ້ງ, ເສບຄັ້ງລະ 2-3 ເມັດ, ສ່ວນຢາທີ່ຊື້ມາເສບໃນແຕ່ລະຄັ້ງແມ່ນຊື້ນຳໄວໜຸ່ມບ້ານດອນເປືອຍ ເມືອງໂຂງ, ໃນຊ່ວງເດືອນພະຈິກ 2022 ໄດ້ຊື້ຢາບ້າມາເສບຄັ້ງລະ 15 ເມັດ ແລ້ວໄປລີ້ເສບຄົນດຽວຈົນໝົດ. ຕົກມາເດືອນທັນວາ 2022 ເວລາປະມານ 4:00 ໂມງ ຈຶ່ງເກີດມີອາການປະສາດຫລອນຍ້ອນເສບຢາບ້າຫລາຍເກີນຂະໜາດ ເຊິ່ງແນມໄປທາງໃດກໍແນມເຫັນແຕ່ເຈົ້າໜ້າທີ່ຈະເຂົ້າມາຈັບຕົນ. ຈາກນັ້ນເວລາປະມານ 7:00 ໂມງ ຜູ້ກ່ຽວໄດ້ມາຂໍເງິນນຳແມ່ຢູ່ເຮືອນ 7.000 ກີບ ແລ້ວໄປຊື້ເຫລົ້າມາດື່ມຄົນດຽວຈົນໝົດ.ຂະນະດຽວກັນມີທ້າວອັອດຄົນບ້ານດຽວກັນມາຫລິ້ນນຳນ້ອງຊາຍ ແລະ ຕົນໄດ້ເລົ່າໃຫ້ທ້າວອັອດຟັງວ່າ: ມື້ຄືນນີ້ຂ້ອຍເຫັນຕຳຫລວດມາເຕັມເຮືອນ ເຂົາຈະມາຈັບຂ້ອຍ, ສ່ວນທ້າວອັອດໄດ້ຍ່າງລົງໄປທ່ານ້ຳແລ້ວ ເວົ້າຕອບກັບວ່າ: ເຈົ້າບໍ່ໄດ້ຫລອນດອກຕຳຫລວດຈະມາອີຫລີ, ເຈົ້າກຽມຕິດຄຸກໂລດ. ເມື່ອໄດ້ຍິນແນວນັ້ນຕົນຈຶ່ງຢາກຮ້າຍ ແລະ ໄດ້ນຳທ້າວອັອດໄປແລ້ວຈັບເອົາໄມ້ໄຜ່ ຍາວປະມານ 70 ຊັງຕີແມັດ ຕີໃສ່ທ້າວອັອດ 3 ບາດ, ເວລານັ້ນແມ່ ແລະ ນ້ອງຊາຍ ໄດ້ມາເຫັນຈຶ່ງຫ້າມໄວ້ຜູ້ກ່ຽວຈຶ່ງໄດ້ເອົາໄມ້ໄຜ່ດັ່ງກ່າວຕີນ້ອງຊາຍກັບແມ່ອີກຫລາຍບາດ ແລ້ວຍ່າງກັບເຮືອນ ພ້ອມທັງເອົາກັບໄຟຈູດຜ້າຢູ່ໃນບ່ອນນອນຂອງຕົນ ເຮັດໃຫ້ໄຟລຸກລາມໄໝ້ເຮືອນ.
ຈາກນັ້ນ, ກໍໄດ້ຈັບເອົາພ້າຢູ່ໃນເຮືອນຕົນລົງໄປລີ້ຢູ່ປ່າແຄມທ່ານ້ຳຂອງ ໂດຍຕໍ່ມາປະມານ 30 ນາທີ ຜູ້ກ່ຽວເຫັນນ້ອງສາວ ແລະ ນ້ອງເຂີຍຂອງຕົນຂັບຂີ່ເຮືອຈັກເຂົ້າມາຈອດຢູ່ແຄມນ້ຳ ແລ້ວຍ່າງຂຶ້ນມາ ຕົນຈຶ່ງໃຊ້ພ້າຟັນໃສ່ໜ້າຜາກນ້ອງເຂີຍ 1 ບາດ ແລ້ວເອົາພ້າຟັນບໍລິເວນຕົນໂຕນ້ອງສາວອີກຫລາຍບາດ ແລະ ຜູ້ກ່ຽວໄດ້ເອົາເຮືອຈັກຂອງນ້ອງສາວຫລົບໜີໄປລີ້ຢູ່ດອນບຸນ ເຊິ່ງຢູ່ຂ້າງກັບບ້ານດອນນາງຄວັດ, ເຊິ່ງຕໍ່ມາກໍໃຊ້ພ້າປາດຄໍຕົນເອງ ຍ້ອນປະສາດຫລອນ ແລະ ຢ້ານກົວ ເພາະວ່າແນມໄປທາງໃດກໍເຫັນເຈົ້າໜ້າທີ່ຈະມາຈັບ ຂະນະນັ້ນ ປະມານ 5 ນາທີເຈົ້າໜ້າທີ່ກໍເຂົ້າໄປຈັບຜູ້ກ່ຽວເພື່ອມາດຳເນີນຄະດີ.