ຜົນກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ 1 ປີ 2023


ວັນທີ 6 ກຸມພາ 2023 ຜ່ານມານີ້ ຄະນະກຳມະການນະໂຍບາຍເງິນຕາໄດ້ຈັດກອງປະຊຸມ ຄັ້ງທີ 1 ປີ 2023 ເປັນປະທານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ, ປະທານຄະນະກໍາມະການນະໂຍບາຍເງິນຕາ ແລະ ມີສະມາຊິກຂອງຄະນະກຳມະການຈາກ ທຫລ ແລະ ບັນດາກະຊວງກ່ຽວຂ້ອງເຂົ້າຮ່ວມ.
ຜົນກອງປະຊຸມສະຫລຸບຕີລາຄາວ່າ: ການຈັດຕັ້ງປະຕິບັດນະໂຍບາຍເງິນຕາໃນປີ 2022 ຜ່ານມາປະເຊີນກັບສິ່ງທ້າທ້າຍຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນລະດັບທີ່ສູງໃນຮອບຫຼາຍສິບປີບວກໃສ່ກັບຂໍ້ຂັດແຍ່ງທາງດ້ານການເມືອງ ແລະ ການທະຫານໃນຂົງເຂດເອີຣົບ, ເຊິ່ງເຮັດໃຫ້ລາຄາພະລັງງານ ແລະ ລາຄາສະບຽງອາຫານເພີ່ມຂຶ້ນຫຼາຍເທົ່າຕົວສົ່ງຜົນກະທົບຫຼາຍປະເທດໃນໂລກປະເຊີນກັບພາວະເງິນເຟີ້ຢູ່ໃນລະດັບສອງຕົວເລກ. ຕໍ່ກັບສະພາບດັ່ງກ່າວ, ບັນດາທະນາຄານກາງຂອງແຕ່ລະປະເທດ ໄດ້ດຳເນີນນະໂຍບາຍເງິນຕາ ເພື່ອຄວບຄຸມອັດຕາເງິນເຟີ້ ຜ່ານເຄື່ອງມືນະໂຍບາຍທີ່ຮັດກຸມ ແລະ ສອດຄ່ອງກັບສະພາບເສດຖະກິດຂອງຕົນ.
ສຳລັບ ເສດຖະກິດ ສປປ ລາວ ເຖິງວ່າການສົ່ງອອກ ແລະ ການທ່ອງທ່ຽວ ຈະມີທ່າອ່ຽງດີຂຶ້ນທຽບໃສ່ໄລຍະຜ່ານມາ ແຕ່ກໍ່ຍັງປະເຊີນກັບສິ່ງທ້າທາຍທີ່ສະສົມມາຫຼາຍປີ ໂດຍສະເພາະການນໍາເຂົ້າສິນຄ້າ ແລະ ການບໍລິການ ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ພັນທະການຊໍາລະໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບທີ່ສູງ.
ນອກຈາກນີ້, ການເພີ່ມຂຶ້ນຂອງລາຄານໍ້າມັນ ແລະ ລາຄາສິນຄ້ານໍາເຂົ້າ ຢູ່ໃນຕະຫຼາດສາກົນ ໄດ້ເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອຊຳລະການນຳເຂົ້າເພີ່ມສູງແບບກ້າວກະໂດດ ເລີ່ມແຕ່ຕົ້ນປີ 2022 ເປັນຕົ້ນມາ.
ສະນັ້ນ, ເພື່ອຮັບມືກັບບັນຫາດັ່ງກ່າວ ທຫລ ຈຶ່ງໄດ້ນໍາໃຊ້ເຄື່ອງມືນະໂຍບາຍເງິນຕາແບບທາງອ້ອມໃນການຮັກສາຄວາມໝັ້ນທ່ຽງ ໂດຍໄດ້ປັບຂຶ້ນອັດຕາດອກເບ້ຍພື້ນຖານ ຈໍານວນ 2 ຄັ້ງຄື: ປັບຈາກ 3% ເປັນ 3,1% ໃນເດືອນ ພຶດສະພາ 2022 ແລະ ເປັນ 6,5% ໃນເດືອນ ຕຸລາ 2022; ໄດ້ປັບຂຶ້ນອັດຕາສ່ວນເງິນແຮຝາກບັງຄັບສະກຸນເງິນກີບ ຂຶ້ນຈາກ 3% ເປັນ 5% ໃນເດືອນ ພຶດສະພາ 2022; ອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ຈໍານວນ 5.000 ຕື້ກີບ ດ້ວຍອັດຕາດອກເບ້ຍຈູງໃຈໃນລະດັບ 20% ຕໍ່ປີ, ໄດ້ຂະຫຍາຍຂອບອັດຕາແລກປ່ຽນສະກຸນເງິນກີບທຽບເງິນໂດລາ ຈາກ ±1,5% ເປັນ ±4,5% ທຽບໃສ່ອັດຕາອ້າງອີງທີ່ ທຫລ ໄດ້ກໍານົດໃນແຕ່ລະວັນ ສໍາລັບທະນາຄານທຸລະກິດ ແລະ ກໍານົດສ່ວນຕ່າງລະຫວ່າງອັດຕາຊື້ ແລະ ອັດຕາຂາຍ ຢູ່ໃນລະດັບບໍ່ເກີນ 1% ສໍາລັບເງິນກີບທຽບເງິນໂດລາ, ເງິນບາດ ແລະ ເງິນຢວນ. ຈາກການດໍາເນີນເຄື່ອງມືນະໂຍບາຍດັ່ງກ່າວ, ໄດ້ບັນເທົາຄວາມຜັນຜວນຂອງອັດຕາແລກປ່ຽນເບົາບາງລົງໃນລະດັບໜຶ່ງຈາກທີ່ຜັນຜວນແຮງໃນຊ່ວງໄລຍະກາງປີ 2022.
ໃນປີ 2023 ນີ້, ຄາດວ່າເສດຖະກິດຂອງ ສປປ ລາວ ຈະຂະຫຍາຍຕົວດີຂຶ້ນ ຍ້ອນການເປີດປະເທດ ແຕ່ເສດຖະກິດ ກໍຍັງຈະປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ແລະ ອາດຈະທ້າທາຍຫຼາຍກວ່າປີຜ່ານມາ ເປັນຕົ້ນ ແມ່ນສະພາບຄວາມເຄັ່ງຕຶງທາງດ້ານການເມືອງລະຫວ່າງປະເທດ ຢູ່ຂົງເຂດເອີຣົບ ແລະ ການປັບນະໂຍບາຍທາງດ້ານເສດຖະກິດຂອງບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ຊຶ່ງຈະສົ່ງຜົນຕໍ່ລາຄາສິນຄ້າທີ່ເປັນປັດໄຈໃນການຜະລິດ ອາດມີທ່າອ່ຽງເພີ່ມສູງຂຶ້ນ ແລະ ອາດສ້າງແຮງກົດດັນຕໍ່ເນື່ອງໃສ່ອັດຕາເງິນເຟີ້ໃນຫຼາຍປະເທດທົ່ວໂລກ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງເປັນປະເທດນໍາເຂົ້າ, ມີການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ແລະ ຕະຫຼາດການເງິນກັບສາກົນ, ມີການນໍາໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນສັງຄົມ; ລະບົບສະຖາບັນການເງິນ, ຫົວໜ່ວຍທຸລະກິດ ໂດຍລວມຍັງຢູ່ໃນໄລຍະຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບສູງພໍສົມຄວນ. ຈາກປັດໄຈເຫຼົ່ານີ້ ມັນເປັນແຮງກົດດັນໃຫ້ອັດຕາແລກປ່ຽນ ແລະ ລະດັບອັດຕາເງິນເຟີ້ສະເພາະ ເດືອນມັງກອນ 2023 ນີ້ ຢູ່ໃນລະດັບ 40,3%.
ສະນັ້ນ, ຄະນະກໍາມະການນະໂຍບາຍເງິນຕາ ຈຶ່ງໄດ້ຄົ້ນຄວ້າ ແລະ ດໍາເນີນເຄື່ອງມືນະໂຍບາຍເງິນຕາ ໃນທິດທາງທີ່ຮັດກຸມຂຶ້ນ.
- ຈະຄົ້ນຄວ້າປັບຂຶ້ນອັດຕາດອກເບ້ຍນະໂຍບາຍ,
- ປັບຂຶ້ນອັດຕາສ່ວນເງິນແຮຝາກບັງຄັບສະກຸນເງິນກີບ ແລະ ສະກຸນເງິນຕາຕ່າງປະເທດ
- ອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ໄລຍະສັ້ນ ເປັນສະກຸນເງິນກີບ ງວດທີ 2 (ໄລຍະທີ 2) ເພື່ອສົ່ງສັນຍານໃຫ້ແກ່ຕະຫຼາດການເງິນ,
- ຫຼຸດຜ່ອນການຂະຫຍາຍຕົວຂອງປະລິມານເງິນ M2 ໃນລະບົບເສດຖະກິດ, ຊ່ວຍປະຄັບປະຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ ແລະ ຫຼຸດຜ່ອນແຮງກົດດັນຕໍ່ອັດຕາເງິນເຟີ້;
ພ້ອມດຽວກັນນັ້ນ, ເພື່ອບັນລຸຕາມຄາດໝາຍດ້ານເງິນຕາທີ່ສະພາແຫ່ງຊາດໄດ້ຮັບຮອງໃນປີ 2023 ທະນາຄານແຫ່ງ ສປປ ລາວ ຈະຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ໄປຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຢ່າງມີປະສິດທິຜົນ. ໃນນີ້,
- ຈະປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດທີ່ອະນຸຍາດໃຫ້ແຕ່ທະນາຄານທຸລະກິດເທົ່ານັ້ນສາມາດໃຫ້ບໍລິການແລກປ່ຽນເງິນຕາຕ່າງປະເທດ;
- ສົມທົບກັບເຈົ້າໜ້າທີ່ຕິດຕາມກວດກາ ແລະ ປະຕິບັດມາດຕະການຕໍ່ການເຄື່ອນໄຫວທີ່ບໍ່ສອດຄ່ອງລະບຽບການຕາມກົດໝາຍ;
- ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສາມາດກຳນົດອັດຕາແລກປ່ຽນເງິນກີບທຽບເງິນໂດລາ ສອດຄ່ອງກັບສະພາບຄວາມຕ້ອງການ ແລະ ການສະໜອງຕົວຈິງພາຍໃນປະເທດ;
- ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສະໜອງເງິນຕາຕ່າງປະເທດ ໃຫ້ແກ່ການນໍາເຂົ້າສິນຄ້າບູລິມະສິດໃຫ້ແຂງແຮງຂຶ້ນ.
- ຈະສຸມໃສ່ວຽກການປັບປຸງການຄຸ້ມຄອງເງິນຕາຕ່າງປະເທດຈາກການສົ່ງອອກ, ການນໍາເຂົ້າ ແລະ ການລົງທຶນຈາກຕ່າງປະເທດ ແລະ ແຫຼ່ງອື່ນຮອບດ້ານ ດ້ວຍການວາງແຜນຢ່າງເປັນລະບົບ ເພື່ອນຳເງິນຕາເຂົ້າສູ່ປະເທດຫຼາຍຂຶ້ນ, ປະສານສົມທົບກັບຂະແໜງການກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນໃນການແລກປ່ຽນຂໍ້ມູນໃຫ້ທັນການ;
- ສົ່ງເສີມການນໍາໃຊ້ເງິນກີບຢ່າງແຂງແຮງ ໂດຍເລີ່ມຈາກການເຮັດວຽກກັບພາກສ່ວນກ່ຽວຂ້ອງ ແລະ ສົ່ງເສີມການນຳໃຊ້ເງິນກີບກັບສະກຸນເງິນຂອງບັນດາປະເທດຄູ່ຄ້າທີ່ສຳຄັນຕໍ່ເສດຖະກິດຂອງ ສປປ ລາວ.
ຄຽງຄູ່ກັນນັ້ນ, ທາງກົມສະຖິຕິເສດຖະກິດ, ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ຖະແຫຼງເພີ່ມເຕີມວ່າ ຈະສຸມໃສ່ໃນການລົງສໍາຫຼວດ ແລະ ເກັບຂໍ້ມູນລາຄາສິນຄ້າ, ການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ພ້ອມທັງ ຈະຄົ້ນຄວ້າຂະຫຍາຍຕາໜ່າງການເກັບກໍານໍາໃຊ້ຂໍ້ມູນຜ່ານລະບົບອອນລາຍໃນການເກັບກໍາສະຖິຕິລາຄາ ແລະ ຄາດຄະເນເງິນເຟີ້ ໂດຍສົມທົບກັບບັນດາກະຊວງເສດຖະກິດກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານທີ່ກ່າວມານັ້ນ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ.