ລັດຖະມົນຕີ ປກສ ຢ້ຽມຢາມເບິ່ງອາການເຈົ້າໜ້າທີ່ໄດ້ຮັບບາດເຈັບຈາກເຫດການຄົນຮ້າຍກໍ່ອາລະວາດທີ່ເມືອງນານ

ໃນວັນທີ 8 ກຸມພາ 2023 ຢູ່ໂຮງໝໍສູນກາງ 103 ກອງທັບ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະໄດ້ລົງຢ້ຽມຢາມ ທ່ານ ຮທ ພົມມະລາ ວິມະຈິດຕະພົງ ແລະ ທ່ານ ຮຕ ສົມໃຈ ແກ້ວມະນີຄະ ພະນັກງານກອງບັນຊາການ ປກສ ເມືອງນານ ແຂວງຫລວງພະບາງ ທີ່ໄດ້ຮັບບາດເຈັບໃນການປະຕິບັດໜ້າທີ່ປ້ອງກັນເວນຍາມຢູ່ທະນາຄານແຫ່ງໜຶ່ງ ໃນເມືອງນານ ແຂວງຫລວງພະບາງ.
ເຫດການດັ່ງກ່າວເກີດຂຶ້ນວັນທີ 6 ກຸມພາ 2023, ໂດຍຄືນເກີດເຫດໄດ້ມີຄົນຮ້າຍເພດຊາຍ 1 ຄົນ ລັກເຂົ້າເຮືອນພັກຕຳຫລວດທີ່ປ້ອງກັນທະນາຄານໃນເວລານັ້ນເຈົ້າໜ້າທີ່ກໍາລັງກິນເຂົ້າຢູ່ໃນເຮືອນຄົວ, ຄົນຮ້າຍເຂົ້າໄປຫ້ອງນອນຂອງເຈົ້າໜ້າທີ່ຈັບເອົາຈັບປືນ AK ຈໍານວນ 1 ກະບອກ ມີລູກປືນ 30 ລູກ ແລ້ວກໍ່ອາລະວາດ, ພໍເຫັນຄົນຮ້າຍເຈົ້າໜ້າທີ່ຮີບຄວບຄຸມຕົວຜູ້ກໍ່ເຫດໄດ້ໃຊ້ປືນນາບຂູ່, ເມື່ອເປັນແນວນັ້ນເຈົ້າໜ້າທີ່ຊຸດປະຈໍາຢູ່ທະນາຄານດັ່ງກ່າວ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ເມືອງ ເພື່ອສະກັດຜູ້ກໍ່ເຫດ. ໃນຂະນະດຽວກັນ, ຄົນຮ້າຍກໍໄດ້ນຳໃຊ້ອາວຸດຍິງຕອບໂຕ້ເຈົ້າໜ້າທີ່ຈົນໄດ້ຮັບບາດເຈັບ 4 ຄົນ; ໃນນີ້, ມີປະຊາຊົນ 2 ຄົນ ຕໍ່ຜູ້ໄດ້ຮັບບາດເຈັບແມ່ນໄດ້ນໍາສົ່ງປິ່ນປົວຢູ່ໂຮງໝໍ ແລະ ມີຄວາມປອດໄພແລ້ວ.
ທ່ານ ພັທ ດຣ ປານ ພິລາວົງ ຮອງຜູ້ອໍານວຍການໂຮງໝໍສູນກາງ 103 ກອງທັບ ລາຍງານວ່າ: ປັດຈຸບັນຄະນະແພດໝໍທີ່ຮັບຜິດຊອບການປິ່ນປົວໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນການປິ່ນປົວຄົນເຈັບດ້ວຍຄວາມຮັບຜິດຊອບສູງ ຊຶ່ງມາຮອດປັດຈຸບັນຄົນເຈັບແມ່ນມີອາການດີຂື້ນຕາມລໍາດັບ.
ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ໄດ້ໂອ້ລົມ ແລະ ໃຫ້ກໍາລັງໃຈຕໍ່ນາຍ ແລະ ພົນຕໍາຫລວດ 2 ສະຫາຍທີ່ໄດ້ຮັບບາດເຈັບໃນການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນເວນຍາມໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສືບຕໍ່ ປິ່ນປົວໃຫ້ຫາຍດີ. ພ້ອມນີ້, ກໍໄດ້ສົມທົບກັບກົມປະກັນສັງຄົມມອບເງິນອຸດໜູນຊ່ວຍເຫລືອໃນການປິ່ນປົວເບື້ອງຕົ້ນຄອບຄົວລະ 20 ລ້ານກີບ ແລະ ມອບເງິນນໍ້າໃຈສ່ວນຕົວໃຫ້ນາຍຕໍາຫລວດທີ່ໄດ້ຮັບບາດເຈັບສາຫັດອີກຈໍານວນໜຶ່ງ.