ຄະນະກໍາມະການຊີ້ນໍາລະດັບຊາດ ຫາລືກະກຽມ ແລະ ດຳເນີນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024

- 329573988 3449602955276233 7431136539503017795 n - ຄະນະກໍາມະການຊີ້ນໍາລະດັບຊາດ ຫາລືກະກຽມ ແລະ ດຳເນີນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024
- kitchen vibe - ຄະນະກໍາມະການຊີ້ນໍາລະດັບຊາດ ຫາລືກະກຽມ ແລະ ດຳເນີນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024
ວັນທີ 9 ກຸມພາ 2023 ທີ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມ ຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອສືບຕໍ່ກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຂຶ້ນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເປັນປະທານ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານທີ່ກ່ຽວຂ້ອງຈາກບັນດາກະຊວງ, ຂະແໜງການຕ່າງໆ ເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຊີ້ນໍາລະດັບຊາດຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າ ຂອງການປະຕິບັດໜ້າວຽກຂອງບັນດາອະນຸກຳມະການ ເຊັ່ນ: ການກະກຽມດ້ານທີ່ພັກ, ສະຖານທີ່ຈັດກອງປະຊຸມ, ຍານພາຫະນະ, ການກະກຽມບຸກຄະລາກອນ, ດ້ານງົບປະມານ, ດ້ານຄົມມະນາຄົມ, ດ້ານເນື້ອໃນ, ຂະແໜງການ ບູລິມະສິດ ພາຍໃຕ້ 3 ເສົາປະຊາຄົມອາຊຽນ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ເນື່ອງຈາກວ່າ ການຮັບໜ້າທີ່ປະທານອາຊຽນຂອງ ສປປ ລາວ ຍັບຈໍ້ເຂົ້າມາແລ້ວ, ກອງປະຊຸມຈຶ່ງໄດ້ເຫັນດີມອບໝາຍໃຫ້ 14 ອະນຸກຳມະການ ສຳລັບການເປັນປະທານອາຊຽນ ສືບຕໍ່ເຮັດວຽກ ແລະ ປະສານງານກັນ ເພື່ອກະກຽມຄວາມພ້ອມພາຍໃນຂອງ ສປປ ລາວ ໂດຍສະເພາະ ດ້ານສະຖານ ທີ່ຈັດກອງປະຊຸມ, ໂຮງແຮມ, ຮ້ານອາຫານ, ການປະດັບປະດາຕົວເມືອງ, ການສ້ອມແປງຖະໜົນຫົນທາງ, ການສື່ສານ, ການກະກຽມພະນັກງານຮັບໃຊ້ກອງປະຊຸມ ແລະ ຍານພາຫະນະ ເພື່ອຮອງຮັບແຂກ ກໍຄື ຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນອື່ນໆ ໃນປີ 2024. ສຳລັບດ້ານເນື້ອໃນ, ກອງປະຊຸມໄດ້ມອບໝາຍໃຫ້ ຂະແໜງການກ່ຽວຂ້ອງ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ໂດຍສະເພາະ ກະຊວງການຕ່າງປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ປຶກສາຫາລືການກະກຽມຄວາມພ້ອມ ທາງດ້ານເນື້ອໃນໃຫ້ສຳເລັດ ໃນໄລຍະໄຕມາດທີ 2 ຂອງປີ 2023.
อาจเป็นรูปภาพของ 15 คน, ผู้คนกำลังนั่ง และ สถานที่ในร่ม  - 329143756 754114393005258 8055913341248551856 n - ຄະນະກໍາມະການຊີ້ນໍາລະດັບຊາດ ຫາລືກະກຽມ ແລະ ດຳເນີນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024
- 5 - ຄະນະກໍາມະການຊີ້ນໍາລະດັບຊາດ ຫາລືກະກຽມ ແລະ ດຳເນີນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024
- 4 - ຄະນະກໍາມະການຊີ້ນໍາລະດັບຊາດ ຫາລືກະກຽມ ແລະ ດຳເນີນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024
- 3 - ຄະນະກໍາມະການຊີ້ນໍາລະດັບຊາດ ຫາລືກະກຽມ ແລະ ດຳເນີນການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024