ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ

- dFQROr7oWzulq5Fa5B22xQvAlz1SJDH1ACUymh9rmKGFcA86Rr9x6nVqN4Bq5rD8K6H - ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ
- kitchen vibe - ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ

- dFQROr7oWzulq5Fa5B22xQvAlz1SJDH1ACUymh9rmKGFcA86Rr9x6nVqN4Bq5rD8K6H - ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ

ຄວາມເຄື່ອນໄຫວຕໍ່ເນື່ອງຂອງ ແມນເຊສເຕີ ຢູໄນເຕັດ ຫລັງຈາກ ເດລີ ເມລ ສື່ຊື່ດັງຂອງອັງກິດ ລາຍງານວ່າກຸ່ມທຶນຈາກປະເທດກາຕ້າທີ່ມີຣາດຊະວົງເປັນ ຜູ້ຫນູນຫລັງ ພວມຈະຍື່ນຂໍ້ສະເໜີຊື້ສະໂມສອນດັງພຣີເມຍລີກ ອັງກິດ ຈາກຕະກູນ ເກລເຊີ ເຈົ້າຂອງທີມຊາວອາເມຣິກາ ເຖິງວ່າຈະຖືກຕັ້ງລາຄາໄວ້ສູງເຖິງ 6,ລ້ານປອນກໍຕາມ.

- Visit Laos Visit SALANA BOUTIQUE HOTEL - ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ
- Visit Laos Visit SALANA BOUTIQUE HOTEL - ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ

ຫລ້າສຸດມີການເປີດເຜີຍຂ້ໍມູນໃນຕະຫລາດຫຸ້ນວ່າ ຫຸ້ນຂອງສະໂມສອນແມນຢູ ໃນຕະຫລາດຊື້ຂາຍລ່ວງໜ້າ ມີການດີດຕົວຂຶ້ນເປັນຢ່າງຫລາຍ ຫລັງ ຈາກມີຂ່າວວ່າກຸ່ມທຶນກາຕ້າ ກຽມຍື່ນຂໍ້ສະເໜີຊື້ທີມໃນວັນທີ 8 ກຸມພາ 2022 ໂດຍມີໄລຍະຫນຶ່ງທີ່ປັບຕົວຂຶ້ນເຖິງ 3,68 ຈຸດ ໄປຢູ່ທີ່ 24,80 ຫລື ຄິດເປັນ 17,42% ກ່ອນຈະປິດຕົວທີ່ 21,12 ຈຸດ ຫລຸດລົງ 0,33 ຫລື ຄິດເປັນ 1,54%.

ແຫລ່ງຂ່າວລະບຸວ່າ ກຸ່ມທຶນຈາກກາຕ້າ ພ້ອມຍື່ນຂ້ໍສະເໜີທີ່ດີກວ່າຄູ່ແຂ່ງລາຍອື່ນໆ ໃຫ້ພິຈາລະນາກ່ອນເຖິງເສັ້ນຕາຍ ທີ່ຕະກູນເກລເຊີກຳນົດໄວ້ໃນໄລຍະ ກາງເດືອນກຸມພານີ້ ພ້ອມເຜີຍ 2 ແຜນງານເບື້ອງຕົ້ນວ່າຈະຊ່ວຍສະໜັບສະໜູນດ້ານເງິນທຶນໃຫ້ກັບ ແມນຢູ ໃນໂຄງການປັບປຸງສະໜາມໂອນ ແທຣ໊ຟຟອດ ມູນຄ່າ 2,000 ລ້ານປອນ ລວມເຖິງມີງົບໃຫ້ຜູ້ຈັດການທີມ ເອຣິກ ເທນ ຮາກ ໃຊ້ເສີມທີມໃນຕະຫລາດນັກເຕະຮອບຕໍ່ໆໄປ ເພື່ອ ສ້າງທີມກັບມາໄລ່ລ່າຄວາມສຳເລັດອີກເທື່ອຫນຶ່ງ.

ກ່ອນໜ້ານີ້ ແມນຢູ ຕົກເປັນຂ່າວມີຫລາຍກຸ່ມທຶນສົນໃຈຊື້ທີມ ທັງຈາກຕາເວັນອອກກາງ, ສະຫະລັດອາເມຣິກາ ແຕ່ມີພຽງ ເຊີ ຈິມ ແຣດຄລິຟ ມະ ຫາເສດຖີອັນດັບ 1 ຂອງອັງກິດ ເຈົ້າຂອງ ແລະ ປະທານເຈົ້າໜ້າທີ່ບໍລິຫານ ອີເນີສ ( Ineos ) ບໍລິສັດ ເຄມີພັນ ຂ້າມຊາດໃຫຍ່ ທີ່ເປັນແຟນບານແມນຢູ ເຊິ່ງປະກາດຕົວຢ່າງເປັນທາງການວ່າສົນໃຈຊື້ທີມ ເມື່ອເດືອນມັງກອນ.

- 4 - ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ
- 3 - ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ
- 5 - ນັກລົງທຶນຕື່ນຕົວ ຕົວເລກຫຸ້ນແມນຢູ ຂຶ້ນຫລາຍ ຫລັງມີຂ່າວກຸ່ມທຶນກາຕາກຽມຊື້ທີມ