ສະຖານທູດຝຣັ່ງ ປະຈໍາລາວ ສະໜັບສະໜູນ 11 ໂຄງການພັດທະນາກະສິກໍາແບບຍືນຍົງຢູ່ 6 ແຂວງຂອງລາວ ລວມມູນຄ່າ 266.000 ໂດລາ

- IMG 3381 - ສະຖານທູດຝຣັ່ງ ປະຈໍາລາວ ສະໜັບສະໜູນ 11 ໂຄງການພັດທະນາກະສິກໍາແບບຍືນຍົງຢູ່ 6 ແຂວງຂອງລາວ ລວມມູນຄ່າ 266.000 ໂດລາ
- kitchen vibe - ສະຖານທູດຝຣັ່ງ ປະຈໍາລາວ ສະໜັບສະໜູນ 11 ໂຄງການພັດທະນາກະສິກໍາແບບຍືນຍົງຢູ່ 6 ແຂວງຂອງລາວ ລວມມູນຄ່າ 266.000 ໂດລາ

ພິທີລົງນາມສັນຍາທຶນຊ່ວຍເຫລືອລ້າ ລະຫວ່າງ ທ່ານ ນາງ ຊີວ-ແລັງ ຊູ ອອກ, ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ 11 ອົງການຈັດຕັ້ງຂອງລາວທີ່ໄດ້ຮັບທຶນຊ່ວຍເຫລືອລ້າພາຍໃຕ້ແຜນງານກອງທຶນສະໜັບສະໜູນໂຄງການທີ່ສ້າງສັນຂອງອົງການຈັດຕັ້ງທາງສັງຄົມ ຫລື PISCCA (Projets Innovantsdes Sociétés Civiles et Coalitions d’Acteurs) ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2023 ຢູ່ສະຖານທູດຝຣັ່ງ ປະຈໍາ ລາວ ນະຄອນຫລວງວຽງຈັນ.

ໃນປີ 2022-2023, ມີທັງໝົດ 19 ໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກແຜນງານກອງທຶນດັ່ງກ່າວ ລວມມູນຄ່າ 500.000 ໂດລາ. ເຊິ່ງເປັນສ່ວນໜຶ່ງຂອງຍຸດທະສາດຂໍ້ລິເລີ່ມທີມເອີຣົບໃນ ສປປ ລາວ ດ້ວຍການສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ແລະ ຂະແໜງກະສິກໍາ. ສຳລັບປີ 2023 ນີ້ ແມ່ນມີ 11 ໂຄງການພັດທະນາກະສິກໍາແບບຍືນຍົງ ໄດ້ຮັບທຶນຊ່ວຍເຫລືອຈາກກອງທຶນ PISCCA ລວມມູນຄ່າທັງໝົດ 266.000 ໂດລາ. ໂດຍໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດຢູ່ 6 ແຂວງຄື: ບໍ່ແກ້ວ, ຫົວພັນ, ຄໍາມ່ວນ, ຫລວງພະບາງ, ສະຫວັນນະເຂດ ແລະ ຊຽງຂວາງ. ໃນນັ້ນມີໂຄງການ ສະມາຄົມພັດທະນາການທ່ອງທ່ຽວອານຸລັກແບບປະຊາຊົນມີສ່ວນຮ່ວມຖ້ຳກອງລໍ-ນາຕານ ແຂວງຄຳມ່ວນ; ກຸ່ມຜູ້ຜະລິດຝຸ່ນບົ່ມຊີວະພາບ ບ້ານພັ້ນ ເມືອງແປກ ແຂວງຊຽງຂວາງ; ສະມາຄົມໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ແຂວງຫົວພັນ; ສະມາຄົມສົ່ງເສີມຄວາມຮູ້ເພື່ອການພັດທະນາຊົນນະບົດແບບມີສ່ວນຮ່ວມ ແຂວງບໍ່ແກ້ວ; ສະມາຄົມພັດທະນາເດັກ ແລະ ໄວໜຸ່ມດ້ອຍໂອກາດ ແຂວງສະຫວັນນະເຂດ; ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ແຂວງຊຽງຂວາງ; ສະມາຄົມເພື່ອນຜາຕັດແກ້ ເພື່ອພັດທະນາການລ້ຽງຈິ່ງຫລີດ ເມືອງຊຽງເງິນ ແຂວງຫລວງພະບາງ; ສະມາຄົມເຂົ້າໄກ່ນ້ອຍ ແຂວງຊຽງຂວາງ; ສະມາຄົມພັດທະນາຄົນພິການ ແຂວງຊຽງຂວາງ; ສະຫະກອນກະສິກຳອິນຊີເມືອງແປກ ແຂວງຊຽງຂວາງ ແລະ ສະມາຄົມເພື່ອການພັດທະນາແບບຍືນຍົງ ເມືອງປາກທາ ແຂວງບໍ່ແກ້ວ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ກ່າວວ່າ: ໂຄງການຊ່ວຍເຫລືອດັ່ງກ່າວຍັງຕ້ອງການຂະຫຍາຍຕົວໄປຍັງຫລາຍພື້ນທີ່ທ້ອງຖິ່ນຕ່າງໆ ແລະ ໃຫ້ສິດທິພິເສດແກ່ໂຄງການທີ່ມີເປົ້າໝາຍແນໃສ່ແມ່ຍິງ ແລະ ຊາວໜຸ່ມເປັນຫລັກລວມທັງ 5 ໂຄງການ ໃນຈໍານວນ 11 ໂຄງການ ທີ່ຈັດຕັ້ງປະຕິບັດຢູ່ແຂວງຊຽງຂວາງ, ໂດຍມີອົງການຮ່ວມມືສາກົນ ແລະ ການຄົ້ນຄວ້າດ້ານການກະເສດຂອງປະເທດຝຣັ່ງ ຫລື CIRAD ແລະ NGO GRET ປະເທດຝຣັ່ງ ພາຍໃຕ້ການຮ່ວມມືກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ມະຫາວິທະຍາໄລແຫ່ງຊາດລາວ ພວມຈັດຕັ້ງປະຕິບັດໂຄງການ ASSET ເຊິ່ງໄດ້ຮັບທຶນຊ່ວຍເຫລືອຈາກອົງການຝຣັ່ງເພື່ອການພັດທະນາ ແລະ ສະຫະພາບເອີຣົບ. ດັ່ງນັ້ນ, ການໃຫ້ທຶນສະໜັບສະໜູນ 5 ໂຄງການຢູ່ແຂວງຊຽງຂວາງໃນປີນີ້ຈະກໍ່ໃຫ້ເກີດການເຊື່ອມໂຍງ ແລະ ການປະສານສົມທົບກັບໂຄງການ ASSET ໂດຍມີເປົ້າໝາຍດຽວກັນ ແລະ ຈະຊ່ວຍເພີ່ມປະສິດທິພາບປະສິດທິຜົນຂອງບັນດາໂຄງການທີ່ໄດ້ຮັບທຶນຊ່ວຍເຫລືອ ເພື່ອສົ່ງເສີມກະສິກໍາແບບຍືນຍົງ.

- 3 - ສະຖານທູດຝຣັ່ງ ປະຈໍາລາວ ສະໜັບສະໜູນ 11 ໂຄງການພັດທະນາກະສິກໍາແບບຍືນຍົງຢູ່ 6 ແຂວງຂອງລາວ ລວມມູນຄ່າ 266.000 ໂດລາ
- 4 - ສະຖານທູດຝຣັ່ງ ປະຈໍາລາວ ສະໜັບສະໜູນ 11 ໂຄງການພັດທະນາກະສິກໍາແບບຍືນຍົງຢູ່ 6 ແຂວງຂອງລາວ ລວມມູນຄ່າ 266.000 ໂດລາ
- 5 - ສະຖານທູດຝຣັ່ງ ປະຈໍາລາວ ສະໜັບສະໜູນ 11 ໂຄງການພັດທະນາກະສິກໍາແບບຍືນຍົງຢູ່ 6 ແຂວງຂອງລາວ ລວມມູນຄ່າ 266.000 ໂດລາ