ສາເຫດເຮັດໃຫ້ອັດຕາເງິນເຟີ້ໃນເດືອນມັງກອນ ເພີ່ມສູງຂຶ້ນ 40,3% ຍ້ອນປັດໄຈພື້ນຖານການຜະລິດຍັງບໍ່ທັນເຂັ້ມແຂງ

ວັນທີ 7 ກຸມພາ 2023, ທ່ານ ນາງ ສາລິກາ ຈັນທະລາວົງ ຮອງຫົວໜ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ (ສຖຕ) ໄດ້ລາຍງານກ່ຽວກັບສະພາບອັດຕາເງິນເຟີ້ເດືອນມັງກອນ ທີ່ທະນາຄານແຫ່ງສປປ ລາວ ວ່າ: ອັດຕາເງິນເຟີ້ລວມຂອງເດືອນທຳອິດຂອງປີ 2023 ຍັງສືບຕໍ່ເພີ່ມສູງຂຶ້ນ ເຊິ່ງຢູ່ໃນລະດັບ 40,3% (ເດືອນທັນວາ 2022 ແມ່ນ 39,3%) ເປັນໂຕເລກສູງໃນຮອບ 23 ປີ, ໝວດທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 49,9%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫລົ້າ ເພີ່ມຂຶ້ນ 47,1%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42,2%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 34,3%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 34,0% ແລະ ໝວດເຫຼົ້າ – ຢາສູບ ເພີ່ມຂຶ້ນ 26,3%.
ສຳລັບການປ່ຽນແປງລາຄາສິນຄ້າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນປ່ຽນແປງຫລາຍເຊັ່ນ: ລາຄາເຂົ້າສານໜຽວ (ລຸ້ນແຊບ1) ເດືອນມັງກອນ ປີ 2023 ສະເລ່ຍ 14.000 ກີບ/ກິໂລ ທຽບກັບເດືອນມັງກອນປີຜ່ານມາຢູ່ໃນລະດັບ 8.500ກີບ/ກິໂລ, ລາຄາໄຂ່ໄກ່ ສະເລ່ຍ 57.000 ກີບ/ແຕະ, ປີຜ່ານມາຢູ່ໃນລະດັບ 37.000 ກີບ/ແຕະ, ລາຄາຊີ້ນໝູປະເພດ1 ສະເລ່ຍ 73.000 ກີບ/ກິໂລ, ປີຜ່ານມາຢູ່ໃນລະດັບ 50.000 ກີບ/ກິໂລ,ຊີ້ນງົວປະເພດ 1 ຢູ່ໃນລະດັບ 94.000 ກີບ/ກິໂລ ຢູ່ໃນລະດັບ 78.000 ກີບ/ກິໂລ, ລາຄານໍ້າມັນກະຊວນສະເລ່ຍ 19.000 ກີບ/ລິດ, ປີຜ່ານມາຢູ່ໃນລະດັບ 11.000 ກີບ/ລິດ ແລະ ລາຄາສິນຄ້າອື່ນໆ ກໍເພີ່ມຂຶ້ນເຊັ່ນດຽວກັນ.
ສ່ວນສາເຫດຕົ້ນຕໍໃນການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນມັງກອນ 2023 ຍັງແມ່ນປັດໄຈພື້ນຖານການຜະລິດຍັງບໍ່ທັນເຂັ້ມແຂງ ແລະ ຜະລິດຕາມລະດູການ, ສ່ອງແສງລາຍການສິນຄ້າທີ່ພວກເຮົາເກັບມີປະມານ 53% ແມ່ນສິນຄ້ານໍາເຂົ້າ. ສະນັ້ນ, ການອ່ອນຄ່າຂອງເງິນກີບເມື່ອທຽບກັບສະກຸນເງິນບາດ, ໂດລາ ເປັນປັດໄຈໜຶ່ງເຮັດໃຫ້ສິນຄ້າແພງຂຶ້ນ; ການເພີ່ມຂຶ້ນຂອງລາຄານໍ້າມັນໄດ້ກະທົບໃສ່ສິນຄ້ານຳເຂົ້າລວມທັງສິນຄ້ານໍາເຂົ້າທີ່ເປັນປັດໄຈການຜະລິດຈຶ່ງເຮັດໃຫ້ສິນຄ້າມີລາຄາສູງຂຶ້ນ. ພ້ອມນັ້ນ, ລາຄາສິນຄ້າໃນເດືອນມັງກອນອາດໄດ້ຮັບຄວາມກົດດັນຈາກຄວາມຕ້ອງການຂອງຜູ້ບໍລິໂພກຢູ່ພາຍໃນທີ່ເພີ່ມຂຶ້ນຍ້ອນເປັນໄລຍະເທດສະການສະຫລອງງານບຸນປີໃໝ່ສາກົນ, ປີໃໝ່ຫວຽດນາມ ແລະ ຈີນ ເຊິ່ງກະທົບໃສ່ລາຄາສິນຄ້າແພງຂຶ້ນ.