ແຣດຄລິຟ ຈ້າງ 2 ທະນາຄານດັງ ຫວັງສູ້ກຸ່ມທຶນກາຕ້າ ເພື່ອເຂົ້າຊື້ກິດຈະການ ແມນເຊສເຕີ ຢູໄນເຕັດ

ເຊີ ຈິມ ແຣດຄລິຟ ມະຫາເສດຖີອັນດັບ 1 ຂອງອັງກິດ ໄດ້ຍົກລະດັບຄວາມພະຍາມໃນການເຂົ້າເປັນເຈົ້າຂອງທີມ ແມນເຊສເຕີ ຢູໄນເຕັດ ຫລັງຈາກຫລ້າສຸດຈ້າງທະນາຄານ ເຈີມໍແກນ ແລະ ໂກລແມນແຊັກ ເພື່ອໃຫ້ຄຳແນະນຳໃນລະຫວ່າງຂະບວນການຊື້ກິດຈະກິດ.
ແຣດຄລິຟ ຢືນຢັນວ່າ ເມື່ອເດືອນມັງກອນທີ່ຜ່ານມາ ລາວຕັ້ງໃຈເຂົ້າຊີ້ກິດຈະກິດ ແມນເຊສເຕີ ຢູໄນເຕັດ ຈາກຕະກູນ ເກລເຊີ ແຕ່ລາຍ ງານເມື່ອອາທິດນີ້ອ້າງວ່າຈະຕ້ອງພົບກັບອຸປະສັກສຳຄັນ ເມື່ອກຸ່ມທຶນນັກລົງທຶນຊາວກາຕ້າ ກໍໃຫ້ຄວາມສົນໃຈເຊັ່ນດຽວກັນ.
ຕະກູນ ເກລເຊີ ເຈົ້າຂອງປັດຈຸບັນຕັ້ງລາຄາພ້ອມຂາຍທີມໄວ້ທີ່ 5 ພັນລ້ານປອນ ຂະນະທີ່ ແອບເປິນ ບໍລິສັດໃຫຍ່ດ້ານເທັກໂນໂລຢີ, ກາຕ້າ ສະປອດ ອິນເວສເມນ ກຣຸບ (QSI) ເຈົ້າຂອງທີມ ປາຣີສ ແຊັງ ແຊັກແມັງ ເປັນອີກ 2 ກຸ່ມທຶນທີ່ຈະເປັນຄູ່ແຂ່ງຂອງ ແຣດຄລິຟ.
ແຕ່ກຸ່ມທຶນ ກາຕ້າ ທີ່ພ້ອມຈ່າຍສູງເຖິງລະດັບ 6 ພັນລ້ານປອນ ຖືກເບິ່ງວ່າເປັນກ້າງໃຫຍ່ຂອງ ແຣດຄລິຟ.
ຕາມລາຍງານຂອງ Bloomberg ລະບຸວ່າ ແຣດຄລິຟ ພວມປຶກສາຫາລືກ່ຽວກັບກົນລະຍຸດໃນການສະເໜີລາຄາ ແລະ ເຈພີມໍແກນ ແລະ ໂກລແມນ ແຊັກ ສອງທະນາຄານຊື່ດັງເຂົ້າມາຊ່ວຍຈັດການເລື່ອງການເງິນທີ່ຈະໃຊ້ໃນການຍື່ນຂໍ້ສະເໜີ.
ສຳລັບ ແຣດຄລິຟ ເຊິ່ງເປັນແຟນບານຂອງ ແມນເຊສເຕີ ຢູໄນເຕັດ ຕັ້ງແຕ່ຍັງນ້ອຍ ເຄີຍພະຍາຍາມຊື້ກິດຈະການສະໂມສອນ ເຊລຊີ ຕໍ່ຈາກ ໂຣມັນ ອະບຣາໂມວິດ ເມື່ອປີກາຍເຊ່ັນດຽວກັນ ແຕ່ສຸດທ້າຍເສຍໃຫ້ກັບ ກຸ່ມທຶນນຳໂດຍ ທັອດ ໂບລີ ແລະ ເຄລຍເລກ ແຄປີຕອລ.