ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງເຊກອງ

- 329118010 744843036883333 2416982318673837269 n - ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງເຊກອງ
- kitchen vibe - ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງເຊກອງ

ວັນທີ 9 ກຸມພາ 2023 ທີ່ເມືອງທ່າແຕງ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດແຂວງເຊກອງ ມີ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພັນເອກ ທະວີສັກ ເພັດພູຫລວງ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງເຊກອງ ໄດ້ໃຫ້ຮູ້ວ່າ: ສູນບຳບັດແຫ່ງດັ່ງກ່າວ ມີເນື້ອທີ່ທັງໝົດ 21.363 ຕາແມັດ, ປະກອບມີ 7 ຕຶກອາຄານ, ເຊິ່ງສາມາດຮອງຮັບ ແລະ ບັນຈຸຜູ້ຕິດຢາເສບຕິດໄດ້ປະມານ 500 ຄົນ. ໃນໄລຍະຜ່ານທາງການນຳແຂວງ ໄດ້ໃຫ້ທຶນການກໍ່ສ້າງ ແລະ ສ້ອມແປງໃນ ຈຳນວນ 500 ລ້ານກີບ ໂດຍ ປກສ ແຂວງ ໄດ້ມອບໃຫ້ບັນດາບໍລິສັດ ເປັນຜູ້ເໝົາກໍ່ສ້າງຄື: ຮັບເໝົາກໍ່ສ້າງອ່າງເກັບນ້ຳສະໂຕໂລນ້ຳ ສຳເລັດ 100% ໃນມູນຄ່າ 135 ລ້ານກວ່າກີບ, ຮັບເໝົາກໍ່ສ້າງຕາຂ່າຍໄຟຟ້າ 22 KV(ກິໂລໂວນ) ທັບ 0,4 KV ແລະ ຕິດຕັ້ງໝໍ້ແບ່ງ 3P100 KVA ( 3 ເຟດ 100 ກິໂລໂວນແອມ) ສຳເລັດ 38,7% ໃນມູນຄ່າ 137 ລ້ານກວ່າກີບ, ສ່ວນວຽກງານທີ່ຍັງບໍ່ທັນສຳເລັດແມ່ນການຕິດຕັ້ງໄຟຟ້າເຂົ້າໃນອາຄານ, ໃນມູນຄ່າ 217 ລ້ານກວ່າກີບ ເທົ່າກັບ 61,3%.

ເພື່ອສືບຕໍ່ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ມີປະສິດທິພາບສູງ ຄຽງຄູ່ກັບການກໍ່ສ້າງສູນບຳບັດຟື້ນຟູ-ຮັກສາສຸຂະພາບ ຂອງຜູ້ຕິດຢາເສບຕິດ ສະນັ້ນ, ການນຳກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ລະດົມທຶນການຊ່ວຍເຫລືອຈາກທຸກພາກສ່ວນ ເພື່ອປະກອບສ່ວນເຂົ້າໃນໂຄງການກໍ່ສ້າງ ສູນບາບັດແຫ່ງນີ້ ໃນຈຳນວນ 2,5 ຕື້ກີບ ເຊິ່ງເງິນດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການກໍ່ສ້າງບັນດາອາຄານຄື: ຕຶກ A ໃນມູນຄ່າ 368 ລ້ານກວ່າກີບ, ຕຶກ B ໃນມູນຄ່າ 743 ລ້ານກວ່າກີບ, ຕຶກ G ໃນມູນຄ່າ 1 ຕື້ກວ່າກີບ ແລະ ຮົ້ວອ້ອມໜາມໝາກຈັບ ມູນຄ່າ 201 ລ້ານກວ່າກີບ.

- 5 - ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງເຊກອງ
- 4 - ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງເຊກອງ
- 3 - ວາງສີລາລຶກໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງເຊກອງ