ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ

- 329928209 4729836720474747 6669875022318398201 n - ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ
- kitchen vibe - ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ

ກອງປະຊຸມສະຫລຸບວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ (ກສຊ) ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໄດ້ມີຂຶ້ນໃນວັນທີ 9-10 ກຸມພາ 2023, ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

อาจเป็นภาพระยะใกล้ของ 1 คน, ดอกไม้ และ สถานที่ในร่ม  - 329858720 1587228555038851 5693653252781183821 n - ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ

- Visit Laos Visit SALANA BOUTIQUE HOTEL - ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ
- Visit Laos Visit SALANA BOUTIQUE HOTEL - ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ

 

 

ໃນພິທີ, ທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານຜົນສະຫລຸບວຽກງານ 1 ປີຜ່ານມາ, ໂດຍຍົກໃຫ້ເຫັນຜົນສຳລັດຫລາຍດ້ານເປັນຕົ້ນສໍາເລັດການຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດໄດ້ 129.898 ຕອນ ເທົ່າກັບ 43,30% ຂອງແຜນປີ 2022 (ແຜນການ 300.000 ຕອນ), ສໍາເລັດການສ້າງໜ່ວຍງານຂຶ້ນທະບຽນອອກໃບຕາດິນຢູ່ພາກສະໜາມໄດ້ 32 ໜ່ວຍງານໃນ 18 ແຂວງທົ່ວປະເທດ ແລະ ຫັນລະບົບການຄຸ້ມຄອງທີ່ດິນເປັນທັນສະໄໝໂດຍນໍາໃຊ້ລະບົບລາວແລນແລັກ ເພື່ອຮັບໃຊ້ໃນການຄຸ້ມຄອງຂໍ້ມູນທີ່ດິນ. ປັດຈຸບັນສາມາດນໍາໃຊ້ 1.039.960 ຕອນ, ສໍາເລັດການຖ່າຍໂອນຂໍ້ມູນການອອກໃບຕາດິນຈາກລະບົບເຈ້ຍເປັນລະບົບດີຈີຕ໋ອນທົ່ວປະເທດໄດ້ 1.052.829 ຕອນ, ສໍາເລັດການເຊື່ອມຕໍ່ລະບົບຖານຂໍ້ມູນທີ່ດິນ ເຂົ້າສູ່ລະບົບຊໍາລະຄ່າທໍານຽມການນໍາໃຊ້ທີ່ດິນ (ພາສີທີ່ດິນ) ໄດ້ 1.064.482 ຕອນ, ດຳເນີນການສ້າງແຜນຄຸ້ມຄອງອ່າງຮັບນໍ້າຂະໜາດໃຫຍ່ສໍາເລັດ 7 ອ່າງ, ອ່າງຮັບນໍ້າຂະໜາດນ້ອຍ 1 ອ່າງ, ຕິດຕາມກວດກາສິ່ງແວດລ້ອມ (EMP) 22 ໂຄງການ, ອະນຸມັດໃບອະນຸຍາດດໍາເນີນບໍລິການດ້ານວິຊາການກ່ຽວກັບສິ່ງແວດລ້ອມ 18 ບໍລິສັດ, ສໍາເລັດການສ້າງສະຖານີວັດແທກຄຸນນະພາບອາກາດ 9 ສະຖານີ, ສຳເລັດການປັບປຸງຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຮອດປີ 2030, ສໍາເລັດການສ້າງສະຖານີອຸຕຸນິຍົມ ໃໝ່ 32 ສະຖານີ, ສໍາເລັດການຕິດຕັ້ງ ແລະ ມອບ-ຮັບລະບົບເຕືອນໄພນໍ້າຖ້ວມລ່ວງໜ້າ 2 ແຫ່ງ ແລະ ຂະແໜງການອື່ນໆ.

- 3 - ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ
- 4 - ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ
- 5 - ປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຂຶ້ນທະບຽນອອກໃບຕາດິນທົ່ວປະເທດໄດ້ 1 ແສນກວ່າຕອນ