ແດ່ຜູ້ປະສົບໄພ ພີເມຍລີກ ກຽມໄວ້ທຸກ-ສວມປອກແຂນດຳ ຈາກເຫດແຜ່ນດິນໄຫວ ຕຣຸກີ-ຊີເຣຍ
February 11, 2023 - 7:33 PM

ພຣີເມຍລີກ ກຽມໃຫ້ນັກເຕະໄວ້ທຸກ-ສວມປອກແຂນດຳ ຈາກເຫດການແຜ່ນດິນໄຫວທີ່ປະເທດຕຣຸກີ ແລະ ປະເທດ ຊີເຣຍ ຈົນມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫລາຍ ໂດຍຄູ່ທຳອິດຈະເປັນເກມແຂ່ງຂັນກັນລະຫວ່າງ ເວສແຮມ ຢູໄນເຕັດ ຈະເປີດບ້ານຕ້ອນຮັບການມາຢາມຂອງ ເຊລຊີ.
ພຣີເມຍລີກ ໄດ້ອອກມາຖະແຫລງວ່າ : “ ເຮົາຮູ້ສຶກເສຍໃຈເປັນຢ່າງຍິ່ງ ຕໍ່ຜົນກະທົບແຫ່ງຄວາມໂສກເສົ້າອັນເນື່ອງມາຈາກ ເຫດການແຜ່ນດິນໄຫວໃນຕຣຸກີ ແລະ ຊີເຣຍ ຂະນະນີ້ ເຮົາໄດ້ເຫັນການສະໜັບສະໜູນໄປຍັງຄະນະກຳມະການຊ່ວຍ ເຫລືອຜູ້ປະສົບໄພພິບັດສຸກເສີນທັງໃນຕຣຸກີ-ຊີເຣຍ ເພື່ອສ່ົງຄວາມຊ່ວຍເຫລືອໄປເຖິງມືຜູ້ທີ່ຕ້ອງການໂດຍກົງ ”.
ຈາກເຫດການດັ່ງກ່າວ ມີ ຄຣິສຕຽນ ອັດຊູ ອະດີດນັກເຕະ ນິວຄາສເຊິລ ຢູໄນເຕັດ ຕິດໃຕ້ຊາກຫັກພັງຢູ່ນຳ ແຕ່ຫລາຍສື່ ລາຍງານວ່າ ລາວປອດໄພ ແຕ່ມີ ອາເຫມັດ ອີຢຸບ ຜູ້ຮັກສາປະຕູຈາກສະມສອນເຢນີ ມາລັດຍາສະປໍ ເສຍຊີວິດຫລັງຢູ່ໃນ ຕຶກແຫ່ງຫນຶ່ງທີ່ໄດ້ຖະຫລົ່ມລົງມາ.