ເມສຊີ-ເບນເຊມາ-ເອັມບັບເປ ເຂົ້າຊີງລາງວັນນັກເຕະດີເດ່ັນ ຟີຟາ ທ້າຍເດືອນນີ້

ລີໂອເນລ ເມສຊີ, ຄີລຽນ ເອັມບັບເປ ແລະ ຄາລິມ ເບນເຊມາ ເປັນຜູ້ຫລິ້ນ 3 ຄົນສຸດທ້າຍ ທີ່ເຂົ້າຊີງລາງວັນນັກເຕະດີເດ່ັນຊາຍໃນ ງານປະກາດລາງວັນ The Best FIFA Football Awards 2022.
ສະຫະພັນບານເຕະນາໆຊາດ (ຟີຟາ) ປະກາດລາຍຊື່ 3 ນັກເຕະຜູ້ເຂົ້າຮອບສຸດທ້າຍຊີງລາງວັນນັກເຕະດີເດ່ັນໃນງານ The Best FIFA Football Awards 2022 ເຊິ່ງປະກອບດ້ວຍ ລີໂອເນລ ເມສຊີ, ຄີລຽນ ເອັມບັບເປ ແລະ ຄາຣິມ ເບນເຊມາ.
ເມສຊີ ທີ່ເຄີຍໄດ້ລາງວັນນີ້ມາແລ້ວເມື່ອປີ 2019 ສ້າງຜົນງານດີເດ່ັນພາທີມຊາດອາເຈນຕີນາ ຄວ້າແຊ໊ມໂລກ 2022 ແລະ ລາວ ຍັງຄວ້ານັກເຕະດີເດ່ັນປະຈຳລາຍການນີ້ນຳອີກ ໂດຍປັດຈຸບັນລາວຫລິ້ນກັບ ປາຣີສ ແຊັງ ແຊັກແມັງ ແຫ່ງລີກ ເອິງ ຝຣັ່ງ.
ຂະນະທີ່ ເບນເຊມາ ເຊິ່ງຜູ້ຫລິ້ນທີມຊາດຝຣັ່ງ ເຖິງຈະບາດເຈັບບໍ່ໄດ້ຫລິ້ນບານໂລກ 2022 ແຕ່ລາວກໍໄດ້ຮັບບັນລົງດໍ 2022 ຈາກຜົນງານພາຕົ້ນສັງກັດ ຣຽວ ມາດຣິດ ແຫ່ງ ສະເປນ ຄວ້າແຊ໊ມທັງ ລາ ລີກາ ແລະ ຢູຟາ ແຊ໊ມປຽນ ລີກ.
ສ່ວນ ເອັມບັບເປ ທີ່ເປັນຫມູ່ຮ່ວມສັງກັດຂອງ ເມສຊີ ແລະ ຫມູ່ຮ່ວມທີມຊາດຂອງ ເບນເຊມາ ສະແດງຜົນງານໄດ້ຢ່າງໂດດເດ່ັນ ໃນບານເຕະໂລກ 2022 ດ້ວຍການຄວ້າຕຳແໜ່ງດາວຍິງສູງສຸດປະຈຳລາຍການ ແລະ ພາຝຣັ່ງ ຄວ້າຕຳແໜ່ງຮອງແຊ໊ມໂລກ.
ສຳລັບງານມອບລາງວັນດັ່ງກ່າວຈະຈັດຂຶ້ນທີ່ນະຄອນຫລວງປາຣີສ ຂອງຝຣັ່ງ ວັນທີ 27 ກຸມພານີ້ ໂດຍຍັງມີລາງວັນອື່ນທີ່ໜ້າ ສົນໃຈຢ່າງນັກເຕະບານເຕະຍິງດີເດ່ັນ, ຜູ້ຮັກສາປະຕູຊາຍ-ຍິງ ດີເດ່ັນ, ຜູ້ຝຶກສອນທີມຊາຍ-ຍິງ ດີເດ່ັນ ແລະ ລາງວັນປະຕູດີເດ່ັນ.