ແມນຢູ ລົວຍິງທ້າຍເກມ ບຸກເອົາຊະນະ ລີດສ ເຖິງບ້ານ 2-0

- fb5e43c30ecebf24586acfb107b03819 e1676253201398 - ແມນຢູ ລົວຍິງທ້າຍເກມ ບຸກເອົາຊະນະ ລີດສ ເຖິງບ້ານ 2-0
- kitchen vibe - ແມນຢູ ລົວຍິງທ້າຍເກມ ບຸກເອົາຊະນະ ລີດສ ເຖິງບ້ານ 2-0

ເປັນເກມທີ່ຍືດເຍື້ອລະຫວ່າງ ລີດສ ແລະ ແມນເຊັສເຕີ ຢູໄນເຕັດ ຈົນມາໃຫ້ແຟນບານຕາສະຫວ່າງໃນຕອນທ້າຍເກມ ເມື່ອ ມາຄັສ ແຣສຟອດ ແລະ ອະເລັກຮານໂດຣ ການາໂຊ ຍິງຄົນລະປະຕູໃຫ້ກັບ “ຜີສາດແດງ” “ຜີສາດແດງ” ບຸກໄປເອົາຊະນະເຖິງຖິ່ນ ເອລແລນ ໂຣດສ໌ 2-0.

ດ້ານຮູບເກມເວົ້າໄດ້ວ່າຂ້ອນຂ້າງອຶດອັດ ໂດຍທີ່ທີມຢາມບຸກມາຫລິ້ນດ້ວຍຄວາມໃຈເຢັນ ແລະ ແນ່ນອນສຸດໆ, ແຕ່ 10 ນາທີສຸດທ້າຍປ່ຽນເປັນໜັງເດືອດ ເມື່ອ ລຸກ ຊໍ ສົ່ງບານເຂົ້າກອບໃຫ້ ແຣສຟອດ ເອົາຫົວຕີບານໄດ້ປະຕູໃນນາທີ 80, ກ່ອນທີ່ ການາໂຊ ຈະມາເພີ່ມປະຕູທີ 2 ໃນນາທີ 84 ຈາກຈັງຫວະທີ່ລາກບານເຂົ້າໄປຍິງເຂົ້າເສົາທຳອິດ.

- Visit Laos Visit SALANA BOUTIQUE HOTEL - ແມນຢູ ລົວຍິງທ້າຍເກມ ບຸກເອົາຊະນະ ລີດສ ເຖິງບ້ານ 2-0
- Visit Laos Visit SALANA BOUTIQUE HOTEL - ແມນຢູ ລົວຍິງທ້າຍເກມ ບຸກເອົາຊະນະ ລີດສ ເຖິງບ້ານ 2-0

ຈົບເກມນີ້ “ຜີສາດແດງ” ມີ 46 ຄະແນນຈາກ 23 ນັດ, ຂະນະທີ່ ລີດສ ຢູ່ໃນອັນດັບທີ 17 ຂອງຕາຕະລາງ ມີ 19 ຄະແນນຈາກ 22 ນັດ.

- 3 - ແມນຢູ ລົວຍິງທ້າຍເກມ ບຸກເອົາຊະນະ ລີດສ ເຖິງບ້ານ 2-0
- 4 - ແມນຢູ ລົວຍິງທ້າຍເກມ ບຸກເອົາຊະນະ ລີດສ ເຖິງບ້ານ 2-0
- 5 - ແມນຢູ ລົວຍິງທ້າຍເກມ ບຸກເອົາຊະນະ ລີດສ ເຖິງບ້ານ 2-0