ສີລັງກາປະກາດເລື່ອນ “ການຜ່າຕັດບໍ່ຈໍາເປັນ-ບໍ່ຮີບດ່ວນ” ໃນໂຮງໝໍຂອງລັດ
February 13, 2023 - 3:02 PM

ວັນທີ 12 ກຸມພາ, ທ່ານ ເຄເຮລິຍາ ຣໍາບຸກເວລລາ ລັດຖະມົນຕີກະຊວງສາທາລະນະສຸກສີລັງກາ ປະກາດເລື່ອນການຜ່າຕັດທີ່ບໍ່ຈໍາເປັນ ແລະ ບໍ່ຮີບດ່ວນທັງໝົດໃນໂຮງໝໍຂອງລັດອອກໄປຊົ່ວຄາວ ຍົກເວັ້ນການຜ່າຕັດທີ່ຈໍາເປັນ ແລະ ຮີບດ່ວນ ເຊິ່ງຈະຍັງດໍາເນີນຕໍ່ໄປ.
ການຕັດສິນໃຈດັ່ງກ່າວມີຂຶ້ນຫລັງສະມາຄົມແພດຂອງສີລັງກາເຕືອນວ່າ: ຂະແໜງສາທາລະນະສຸກຈະຜະເຊີນວິກິດຮ້າຍແຮງໃນມໍ່ໆນີ້ ຖ້າບໍ່ມີການແກ້ໄຂບັນຫາການຂາດເຂີນຢາ, ອຸປະກອນຜ່າຕັດ ແລະ ສານເຄມີທີ່ໃຊ້ໃນຫ້ອງປະຕິບັດການໂດຍທັນທີ.
ທັງນີ້, ສີລັງກາປະສົບບັນຫາການຂາດເຂີນທາງການແພດນັບແຕ່ປີ 2022 ເນື່ອງຈາກວິກິດດຸນການຊໍາລະເງິນ. ຂະນະທີ່ລາຄາຢາເພີ່ມສູງຂຶ້ນຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ໂດຍສີລັງກາອາໄສການນໍາເຂົ້າຢາ ແລະ ອຸປະກອນການແພດປະມານ 85% ແລະ ປະມານ 80% ຕາມລໍາດັບ.