ຫວຽດນາມ ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການອະນຸລັກຮັກສາສີສັນວັດທະນະທຳ ຂອງ UNESCO

- 330192213 728860442280049 7863227700406984329 n - ຫວຽດນາມ ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການອະນຸລັກຮັກສາສີສັນວັດທະນະທຳ ຂອງ UNESCO
- kitchen vibe - ຫວຽດນາມ ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການອະນຸລັກຮັກສາສີສັນວັດທະນະທຳ ຂອງ UNESCO
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດກອງປະຊຸຸມ ຄັ້ງທີ 16 ຂອງຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງສີສັນວັດທະນະທຳ (ສົນທິສັນຍາ 2005) ຂອງອົງການອຸຍແນັສໂກ (UNESCO) ຊຶ່ງດຳເນີນແຕ່ວັນທີ 7-10 ກຸມພາ ຜ່ານມາ ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການ, ຕາງໜ້າໃຫ້ແກ່ພາກພື້ນ ອາຊີ – ປາຊີຟິກ.
ຂ່າວລະບຸວ່າ: ຫວຽດນາມ ໄດ້ດຳລົງຕຳແໜ່ງນີ້ 2 ຄັ້ງລຽນຕິດ ໄດ້ສະແດງໃຫ້ເຫັນເຖິງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມ ບົນເວທີສາກົນ ແລະ ສະແດງໃຫ້ເຫັນເຖິງການສະໜັບສະໜູນ, ຄວາມເຊື່ອໝັ້ນຂອງປະຊາຄົມສາກົນຕໍ່ຄວາມສາມາດໃນການປະກອບສ່ວນ ແລະ ກຳລັງຄວາມສາມາດບໍລິຫານຂອງ ຫວຽດນາມ ໃນບັນດາກົນໄກຫຼາຍຝ່າຍທົ່ວໂລກ, ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ທີ່ມີຕໍ່ UNESCO ກໍຄືໃນຄວາມພະຍາຍາມຊຸກຍູ້ບົດບາດຂອງວັດທະນະທຳ, ການປະດິດຄິດສ້າງແກ່ການພັດທະນາແບບຍືນຍົງ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ກອງປະຊຸມ ຄັ້ງທີ 16 ຂອງຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍຂອງສີສັນວັດທະນະທຳ ຂອງ UNESCO ມີຜູ້ແທນເຂົ້າຮ່ວມເກືອບ 400 ທ່ານ ແລະ ນັກສັງເກດການມາຈາກ 24 ປະເທດສະມາຊິກຂອງຄະນະກຳມະການ ແລະ ເກືອບ 100 ປະເທດ ຂອງ ອົງການຈັດຕັ້ງສາກົນ ແລະ ບັນດາອົງການຈັດຕັ້ງວັດທະນະທຳ, ສິລະປະ. ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ຕັ້ງໜ້າໃນທຸກເນື້ອໃນ ຂອງກອງປະຊຸມ.
ຂ່າວ: ປະຊາຊົນ
- 4 - ຫວຽດນາມ ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການອະນຸລັກຮັກສາສີສັນວັດທະນະທຳ ຂອງ UNESCO
- 5 - ຫວຽດນາມ ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການອະນຸລັກຮັກສາສີສັນວັດທະນະທຳ ຂອງ UNESCO
- 3 - ຫວຽດນາມ ໄດ້ຮັບເລືອກຕັ້ງເປັນຮອງປະທານຄະນະກຳມະການອະນຸລັກຮັກສາສີສັນວັດທະນະທຳ ຂອງ UNESCO