ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ

- Untitled 1 3 - ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ
- kitchen vibe - ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ

- Untitled 1 3 - ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ

ມາເຊລ ຊາບິດເຊີ ກອງກາງສັນຍາເຊ່ົາທີມຊາດ ອອສເຕຣຍ ຂອງ ແມນເຊສເຕີ ຢູໄນເຕັດ ກ່າວເປັນໃນໆວ່າພ້ອມຍ້າຍມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ຢ່າງຖາວອນ ຫລັງເລີ່ມປະທັບໃຈກັບບັນຍາກາດໃນ ໂອນ ແທຣ໊ຟຟອດ.

- Visit Laos Visit SALANA BOUTIQUE HOTEL - ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ
- Visit Laos Visit SALANA BOUTIQUE HOTEL - ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ

ຊາບິດເຊີ ຍ້າຍຈາກ ບາເຢິນ ມິວນິກ ມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ດ້ວຍສັນຍາຢືມຕົວຈົນສິ້ນສຸດລະດູການນີ້ເພື່ອ ເປັນຕົວແທນຂອງ ຄຣິສຕຽນ ອີຣິກເຊັນ ທີ່ເຈັບຂໍ້ຕີນ ແລະ ໜ້າຈະຕ້ອງພັກຍາວໄປຈົນຈົບລະດູການ.

ແນວໃດກໍຕາມ ດາວເຕະອາຍຸ 28 ປີ ຍອມຮັບວ່າ ສົນໃຈທີ່ຈະຍ້າຍມາເປັນສະມາຊິກຂອງແມນເຊສເຕີ ຢູໄນເຕັດ ຢ່າງຖາວອນ ເຊັ່ນດຽວກັນ ໂດຍລະບຸວ່າ : “ ຕອນນີ້ ມັນເປັນສັນຍາຢືມຕົວ ຂ້ອຍເວົ້າໄດ້ພຽງນັ້ນ ຂ້ອຍມັກສະຖານທີ່ນີ້ ຂ້ອຍຮູ້ສຶກດີຫລາຍ ຂ້ອຍມັກທີມ ມັກສະໂມສອນ ມັກບັນຍາກາດໃນ ໂອນ ແທຣ໊ຟຟອດ ແລ້ວເຮົາຈະໄດ້ຮູ້ກັນໃນລະດູການນີ້ .

“ ມັນເປັນໄລຍະ 2-3 ມື້ທີ່ວຸ້ນວາຍຫລາຍ ຂ້ອງຕ້ອງຍ້າຍມານີ້ຢ່າງວ່ອງໄວ ແຕ່ຂ້ອຍກໍສະໜຸກຢູ່ ທີ່ຜ່ານມາຂ້ອຍມັກທຸກຢ່າງ ທີມຕ້ອນຮັບຂ້ອຍເປັນຢ່າງດີ ມັນເປັນການເລີ່ມຕົ້ນທີ່ອ່າວຊ້າແດ່ ແຕ່ຂ້ອຍຕ້ອງກ້າວຂຶ້ນມາຢ່າງໄວ ເພາະ ຄາເຊມີໂຣ ຖືກໂທດ ຂ້ອຍພ້ອມລົງສະໜາມຢູ່ແລ້ວ ແລະ ມີຄວາມສຸກທີ່ໄດ້ລົງຫລິ້ນ ຊາບິດເຊີ ກ່າວປິດທ້າຍ.”

- 4 - ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ
- 3 - ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ
- 5 - ຊາບິດເຊີ ພ້ອມຍ້າຍມາແມນຢູ ແບບຖາວອນ