ເປແອສເຊ ພ້ອມຂາຍ ເນມາ ຫລັງມີບັນຫາໃຫຍ່ກັບ 1 ບຸກຄົນສຳຄັນຂອງທີມ
February 14, 2023 - 10:18 AM

ເຈົ້າຂອງທີມ ເປແອສເຊ ພ້ອມປ່ອຍ ເນມາ ທີ່ມີບັນຫາກັບທີ່ປຶກສາຂອງສະໂມສອນໃນຫ້ອງແຕ່ງຕົວ ຫລັງເກມເສຍໃຫ້ ໂມນາໂກ 1-3.
ຫລັງເກມດັ່ງກ່າວມີລາຍງານວ່າ ເນມາ ດາວຍິງທີມຊາດບຣາຊິລ ມີບັນຫາກັບຫມູ່ໃນທີມ ແຕ່ຫນັກສຸດຄື ເກີດການປະທະຄາລົມ ກັບ ຫລຸຍ ຄຳໂປສ ທີ່ປຶກສາດ້ານບານເຕະຂອງສະໂມສອນໃນຫ້ອງແຕ່ງຕົວ ໂດຍ ຄຳໂປສ ວິຈານວ່າ ຂາດຄວາມດຸດັນໃນການ ຫລິ້ນ.
ແນວໃດກໍຕາມ ເນມາ ອອກມາຢືນຢັນວ່າ “ ທຸກຢ່າງເປັນເລື່ອງຈິງ ມີການໂຕ້ຖຽງກັນເລັກໜ້ອຍ ມັນຄືສ່ວນໜຶ່ງຂອງບານເຕະທີ່ ຂ້ອຍຮັກມັນ ”.
ເຊິ່ງສື່ໃນຝຣັ່ງ ລາຍງານວ່າ ເຈົ້າຂອງສະໂມສອນ ເປແອສເຊ ນາສ ອັລ ເຄໄລຟີ ສົ່ງສັນຍານໃຫ້ທີມປ່ອຍ ເນມາ ອອກໄປໃນລະ ດູການ ເຖິງວ່າລາວຈະຢູ່ກັບທີມມາເປັນລະດູການທີ 6 ແລະ ມີສັນຍາເຫລືອກັບຕົ້ນສັງກັດຈົນເຖິງປີ 2025.
ສຳລັບ ເນມາ ສະແດງຜົນງານໄດ້ສຸດໂດດເດັ່ນ ລົງຫລິ້ນໃນ ລີກເອິງ ຝຣັ່ງ 2022-23 19 ນັດ ຍິງ 12 ປະຕູ 10 ແອສຊິສ.