ອີລອນ ມັສ ສົນໃຈຊື້ສະໂມສອນ ແມນຢູ ພ້ອມຢືນຢັນວ່າເປັນທີມທີ່ມັກມາຕັ້ງແຕ່ນ້ອຍ

ອີລອນ ມັສ ມະຫາເສດຖີອັນດັບສອງຂອງໂລກ ຕົກເປັນຂ່າວວ່າກຳລັງຈັບຕາເບິ່ງການຄອບຄອງ ແມນເຊັສເຕີ ຢູໄນເຕັດ ກ່ອນເຖິງ ວັນທີ່ 17 ກຸມພາ ທີ່ຕະກູນ ເກລເຊີ ກຳນົດໄວ້, ຕາມການລາຍງານຂອງ ເດລີ ເມລ.
ເຈົ້າຂອງ Tesla ແລະ Twitter ເຄີຍປະກາດວ່າສົນໃຈທີ່ຈະເປັນເຈົ້າຂອງທີມ ແມນເຊັສເຕີ ຢູໄນເຕັດ ຕັ້ງແຕ່ເດືອນສິງຫາ 2022, ເຊິ່ງເປັນຊ່ວງທີ່ຄອບຄົວ ເກລເຊີ ປະເຊີນກັບການຕໍ່ຕ້ານຢ່າງໜັກ. ພ້ອມຢືນຢັນວ່ານີ້ແມ່ນທີມທີ່ມັກຕັ້ງແຕ່ຍັງນ້ອຍ.
ເຊິ່ງກ່ອນໜ້ານີ້ມີຂ່າວມາຕະຫລອດວ່າຫລາຍຄົນໃຫ້ຄວາມສົນໃຈທີ່ຈະມາຊື້ທີມ ແມນເຊັສເຕີ ຢູໄນເຕັດ ນອກເໜືອໄປຈາກ ເຊີ ຈິມ ຣັສຄລີຟ ຊາຍທີ່ລວຍທີ່ສຸດໃນອັງກິດ. ຍັງມີກຸ່ມລົງທຶນຈາກກາຕ້າທີ່ມີຄວາມສົນໃຈໃນການຊື້ຂາຍທີມຄັ້ງນີ້.
ສື່ຊື່ສຽງຂອງອັງກິດລາຍງານວ່າ ມະຫາເສດຖີຊາວອາເມຣິກັນ ຍັງບໍ່ໄດ້ໃຫ້ຂໍ້ສະເໜີຢ່າງເປັນທາງການ ແລະ ຍັງບໍ່ມີຄໍາຖະແຫລງການໃດໆ ມາຈາກຝ່າຍຂອງ ອີລອນ ມັສ, ແຕ່ລາວກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ.