ປກສ ແຂວງໄຊສົມບູນ ທຳລາຍສວນຢາຝິ່ນ ຫລາຍກວ່າ 4.000 ຕາແມັດ

ອີງຕາມຂ່າວ ປກສ ແຂວງໄຊສົມບູນ ລາຍງານໃນວັນທີ 14 ກຸມພາ 2023 ໃຫ້ຮູ້ວ່າ: ກອງບັນຊາການ ປກສ ແຂວງໄຊສົມບູນ ແລະ ກອງບັນຊາການ ປກສ ເມືອງອານຸວົງ ສົມທົບກັບທະຫານເມືອງພ້ອມດ້ວຍອົງການປົກຄອງບ້ານ ໄດ້ລົງສຳຫລວດ ແລະ ທຳລາຍສວນຝິ່ນ ຈຳນວນ 4.800 ຕາແມັດ, ເຊິ່ງປູກຢູ່ບ້ານ ຜາສະຫງົບ ເມືອງອານຸວົງ ແຂວງໄຊສົມບູນ ເປັນເຂດພູດອຍຫ່າງໄກສອກຫລີກ, ຜ່ານມາເຈົ້າໜ້າທີ່ປະສານສົມທົບກັບອົງການປົກຄອງບ້ານ ໄດ້ດຳເນີນການສຶກສາອົບຮົມ ພ້ອມເຮັດບົດບັນທຶກເຈົ້າຂອງສວນໃຫ້ຢຸດເຊົາ ແລະ ອະທິບາຍໃຫ້ຮູ້ເຖິງກົດໝາຍ ເພື່ອບໍ່ໃຫ້ສືບຕໍ່ລັກລອບປູກຝິ່ນຕື່ມອີກ, ແຕ່ກໍຍັງພົບເຫັນປະຊາຊົນຈຳນວນໜຶ່ງຍັງຝືນ ແລະ ບໍ່ປະຕິບັດຕາມບົດບັນທຶກໂດຍສືບຕໍ່ປູກຝິ່ນ ເຊິ່ງເປັນປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຜິດຕໍ່ລະບຽບກົດໝາຍ.
ຝິ່ນ ເປັນຢາເສບຕິດປະເພດໜຶ່ງ ຖ້າປະຊາຊົນຜູ້ໃດປູກ ຫລື ລັກລອບປູກ ຖືວ່າເປັນຄວາມຜິດທາງກົດໝາຍຕ້ອງຖືກລົງໂທດຕາມລະບຽບການ, ເນື່ອງຈາກຝິ່ນ ເປັນຢາຕົ້ນຕໍຂອງຢາເສບຕິດຊະນິດຮ້າຍແຮງ ທີ່ໃຫ້ໂທດຕໍ່ລະບົບປະສາດ.