ລັດແອຣິໂຊນາ ຂອງສະຫະລັດ ເລັ່ງອົບພະຍົບປະຊາຊົນ ຫລັງລົດບັນທຸກສານເຄມີພິກຂວໍ້າ ເຮັດໃຫ້ສານເຄມີຮົ່ວໄຫລ

- WhatsApp Image 2023 02 15 at 15 - ລັດແອຣິໂຊນາ ຂອງສະຫະລັດ ເລັ່ງອົບພະຍົບປະຊາຊົນ ຫລັງລົດບັນທຸກສານເຄມີພິກຂວໍ້າ ເຮັດໃຫ້ສານເຄມີຮົ່ວໄຫລ
- kitchen vibe - ລັດແອຣິໂຊນາ ຂອງສະຫະລັດ ເລັ່ງອົບພະຍົບປະຊາຊົນ ຫລັງລົດບັນທຸກສານເຄມີພິກຂວໍ້າ ເຮັດໃຫ້ສານເຄມີຮົ່ວໄຫລ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 15 ກຸມພາ 2023 ນີ້, ເກີດອຸບັດເຫດລົດບັນທຸກສານເຄມີພິກຂວໍ້າເທິງທາງຫລວງໃນລັດແອຣິໂຊນາ ຂອງສະຫະລັດອາເມຣິກາ ສົ່ງຜົນໃຫ້ມີຄວັນພິດຮົ່ວໄຫລ ແລະ ຕ້ອງສັ່ງປະຊາຊົນອອກຈາກພື້ນທີ່ດັ່ງກ່າວ.

- Visit Laos Visit SALANA BOUTIQUE HOTEL - ລັດແອຣິໂຊນາ ຂອງສະຫະລັດ ເລັ່ງອົບພະຍົບປະຊາຊົນ ຫລັງລົດບັນທຸກສານເຄມີພິກຂວໍ້າ ເຮັດໃຫ້ສານເຄມີຮົ່ວໄຫລ

ໂດຍຄຳສັ່ງອົບພະຍົບຈາກ 800 ແມັດຈາກຈຸດເກີດເຫດ ລວມເຖິງມະຫາວິທະຍາໄລ, ໂຮງຮຽນ ແລະ ເຮືອນປະຊາຊົນ ໃຫ້ຢູ່ແຕ່ໃນຮົ່ມ, ປິດປະຕູໃຫ້ແໜ້ນໜາ ແລະ ຫລີກລ່ຽງການຢູ່ໃນສະຖານທີ່ກາງແຈ້ງຫລາຍຊົ່ວໂມງ ເພື່ອຫລີກລ່ຽງການດົມສານພິດ ກ່ອນທີ່ຈະມີການຍົກເລີກຄຳສັ່ງ.

ສານເຄມີດັ່ງກ່າວ ເປັນກົດໄນຕຣິກ ທີ່ໃຊ້ເປັນສ່ວນປະສົມແອມໂນນຽມ ໄນເຕຣດ ເພື່ີອເຮັດປຸ໋ຍ ລວມທັງນຳໄປໃຊ້ກັບໂຮງງານຜະລິດ ປຣາສຕິກ ແລະ ສີຍ້ອມ, ຖ້າຫາກສຳຜັດ ຫລື ດົມເຂົ້າໄປ ຈະເຮັດໃຫ້ເຄືອງຕາ ແລະ ຜິວໜັງ, ຖ້າຫາກຮັບສານພິິດເຂົ້າໄປຈຳນວນຫລາຍຈະເກີດອັນຕະລາຍກັບປອດ ເຮັດໃຫ້ປອດອັກເສບ ຫລື ຫລອດລົມອັກເສບໄດ້.

- 5 - ລັດແອຣິໂຊນາ ຂອງສະຫະລັດ ເລັ່ງອົບພະຍົບປະຊາຊົນ ຫລັງລົດບັນທຸກສານເຄມີພິກຂວໍ້າ ເຮັດໃຫ້ສານເຄມີຮົ່ວໄຫລ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!