ເອກອັກຄະຣາຊະທູດ ໄທ ແລະ ມາເລເຊຍ ເຂົ້າຍື່ນສານຕາຕັ້ງຕໍ່ປະທານປະເທດ ແຫ່ງ ສປປ ລາວ

ວັນທີ 15 ກຸມພາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ທ່ານ ເອດີ ອີຣາວານ ບິນ ມາມູດ (Edi Irwan Bin Mahmud) ເອກອັກຄະຣາຊະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມປະຈຳ ສປປ ລາວ.
ໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານທູດທັງສອງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ແລະ ປະຊາຊົນຂອງຕົນ ທີ່ໄດ້ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ສປປ ລາວ, ສະແດງຄວາມເຊື່ອໝັ້ນວ່າດ້ວຍປະສົບການທາງດ້ານການທູດທີ່ອຸດົມສົມບູນຂອງທ່ານທູດທັງສອງຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ.
ພ້ອມນີ້, ທ່ານ ປະທານປະເທດຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ ຣາຊະອານາຈັກໄທ ແລະ ມາເລເຊຍ ແກ່ສປປ ລາວ ໃນໄລຍະຜ່ານມາເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມທັງ, ສະເໜີໃຫ້ທ່ານທູດທັງສອງຂຶ້ນແຜນໄປຢ້ຽມຢາມບັນດາໂຄງການຮ່ວມມືພາຍໃຕ້ຂອບການຮ່ວມມື ແລະ ແຂວງຕ່າງໆຂອງລາວເພື່ອຊອກຫາຊ່ອງທາງ ແລະ ທ່າແຮງໃນການພົວພັນຮ່ວມມືລົງທຶນ. ສປປ ລາວ ໄດ້ຖືສຳຄັນວຽກງານພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ສີມືແຮງງານ, ການພັດທະນາພື້ນ ຖານໂຄງລ່າງ, ການພັດທະນາແບບຍືນຍົງ ແລະ ອື່ນໆ, ຖືເປັນປັດໄຈຕັດສິນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ໃນປີ 2026 ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) 2030.
ໃນຕອນທ້າຍ, ທ່ານປະທານປະເທດໄດ້ຝາກຄຳຢື້ຢາມຖາມຂ່າວ ແລະ ໄມຕີຈິດມິດຕະພາບອັນອົບອຸ່ນໄປຍັງການນຳຂັ້ນສູງຂອງທັງສອງປະເທດ ແລະ ຖືໂອກາດເຊື້ອເຊີນມາຢ້ຽມຢາມໃນເວລາທີ່ສະດວກ ແລະ ໄດ້ອວຍພອນໃຫ້ທ່ານທູດທັງສອງ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດໃນຄັ້ງນີ້.
ໃນໂອກາດດຽວກັນ, ທ່ານເອກອັກຄະຣາຊະທູດ ຂອງທັງສອງປະເທດ ກໍໄດ້ສະ ແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມຂອງທ່ານປະທານປະເທດ ແລະ ການຕ້ອນຮັບອັນອົບອຸ່ນໃນໂອກາດມາປະຕິບັດໜ້າທີ່, ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງປະເທດຂອງຕົນກັບ ສປປ ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະນາຄົດ.