ອາເຊນອລ ສຸດຊ້ຳເສຍຄາບ້ານ ໃຫ້ ແມນ ຊິຕີ້ ລົວຍິງຊະນະ 3-1 ບຽດຂຶ້ນຈ່າຝູງພຣີເມຍລີກ

- ZDYyYTUzZWI1OWI0ZGJlY2FlNWNlOGU2ZDI - ອາເຊນອລ ສຸດຊ້ຳເສຍຄາບ້ານ ໃຫ້ ແມນ ຊິຕີ້ ລົວຍິງຊະນະ 3-1 ບຽດຂຶ້ນຈ່າຝູງພຣີເມຍລີກ
- kitchen vibe - ອາເຊນອລ ສຸດຊ້ຳເສຍຄາບ້ານ ໃຫ້ ແມນ ຊິຕີ້ ລົວຍິງຊະນະ 3-1 ບຽດຂຶ້ນຈ່າຝູງພຣີເມຍລີກ

ນັດໃຫຍ່ ພຣີເມຍລີກ ຄູ່ກາງອາທິດ ອາເຊນອລ ທີມນຳຈ່າຝູງ ມີ 51 ຄະແນນ ເປີດຮັງ ເອມິເຣດ ສະເຕດ້ຽມ ພົບກັບ ແມນເຊັສເຕີ ຊິຕີ້ ທີມອັນດັບ 2 ມີ 48 ຄະແນນ ໄຊຊະນະໃນນັດນີ້ມີຄວາມໝາຍຫລາຍສຳລັບທັງສອງທີມ ສໍາລັບການລຸ້ນແຊ້ມໃນເຄິ່ງເວລາທີ່ຍັງເຫລືອຂອງລະດູການ.

ເຄິ່ງເວລາທໍາອິດ ນາທີ 23 ແມນເຊັສເຕີ ຊິຕີ້ ໄດ້ປະຕູຂຶ້ນນຳກ່ອນເມື່ອ ທາເຄຮິໂຣ ທາມິຢາຊູ ສົ່ງຄືນຫລັງຜິດຖືກ ເຄວິນ ເດີ ບຣອຍ ຍິງຂ້າມຫົວ ອາຣອນ ແຣມສະເດລ ເຂົ້າປະຕູ 1-0, ແຕ່ຝ່າຍປືນໃຫຍ່ສາມາດຕາມຕີສະເໝີກັນໄດ້ໃນນາທີ 39 ຫລັງຈາກ ແອເດຊອນ ຕຳໃສ່ ເອັດດີ້ ເອນເຄເທຍ ລົ້ມລົງໄປເຂດໂທດ ແລະ ເປັນ ບູກາໂຢ ຊາກ້າ ຍິງປະຕູບໍ່ພາດຕີສະເໝີ 1-1.

- Visit Laos Visit SALANA BOUTIQUE HOTEL - ອາເຊນອລ ສຸດຊ້ຳເສຍຄາບ້ານ ໃຫ້ ແມນ ຊິຕີ້ ລົວຍິງຊະນະ 3-1 ບຽດຂຶ້ນຈ່າຝູງພຣີເມຍລີກ
- Visit Laos Visit SALANA BOUTIQUE HOTEL - ອາເຊນອລ ສຸດຊ້ຳເສຍຄາບ້ານ ໃຫ້ ແມນ ຊິຕີ້ ລົວຍິງຊະນະ 3-1 ບຽດຂຶ້ນຈ່າຝູງພຣີເມຍລີກ

ໃນເຄິ່ງເວລາທີສອງ, ໃນນາທີ 71, ເຮືອໃບສີຟ້າ ມາໄດ້ປະຕູຂຶ້ນນໍາອີກຄັ້ງ ເມື່ອ ແຈ໊ກ ກຣີລລິຊ ເຕີມມາຍິງທາງຊ້າຍ ເຂົ້າປະຕູຂຶ້ນນຳ 2-1, ແລ້ວໃນນາທີ 81 ແມນເຊັສເຕີ ຊິຕີ້ ບຸກເຂົ້າໄດ້ປະຕູ ຈາກການຍິງຂອງ ເອີລິງ ຮາແລນ ຈົບເກມເອົາຊະນະໄປ 3-1 ເກັບເພີ່ມເປັນ 51 ຄະແນນ ເທົ່າກັບ ອາເຊນອລ ແຕ່ປະຕູໄດ້ເສຍດີກວ່າ ຈຶ່ງກາຍເປັນຜູ້ນຳ ແຕ່ແຂ່ງຫລາຍກວ່າ 1 ນັດ.

- 5 - ອາເຊນອລ ສຸດຊ້ຳເສຍຄາບ້ານ ໃຫ້ ແມນ ຊິຕີ້ ລົວຍິງຊະນະ 3-1 ບຽດຂຶ້ນຈ່າຝູງພຣີເມຍລີກ
- 3 - ອາເຊນອລ ສຸດຊ້ຳເສຍຄາບ້ານ ໃຫ້ ແມນ ຊິຕີ້ ລົວຍິງຊະນະ 3-1 ບຽດຂຶ້ນຈ່າຝູງພຣີເມຍລີກ
- 4 - ອາເຊນອລ ສຸດຊ້ຳເສຍຄາບ້ານ ໃຫ້ ແມນ ຊິຕີ້ ລົວຍິງຊະນະ 3-1 ບຽດຂຶ້ນຈ່າຝູງພຣີເມຍລີກ