ລາວ-ໄທ ພົບປະຫາລືການຄວບຄຸມປາບປາມຢາເສບຕິດຢູ່ຕາມຊາຍແດນສອງຝັ່ງ

- IMG 1348 - ລາວ-ໄທ ພົບປະຫາລືການຄວບຄຸມປາບປາມຢາເສບຕິດຢູ່ຕາມຊາຍແດນສອງຝັ່ງ
- kitchen vibe - ລາວ-ໄທ ພົບປະຫາລືການຄວບຄຸມປາບປາມຢາເສບຕິດຢູ່ຕາມຊາຍແດນສອງຝັ່ງ

ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ວິໄຊ ໄຊມົງຄົນ ເລຂາທິການສໍານັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນວັນທີ 14 ກຸມພາ 2023, ໃນໂອກາດທີ່ເຂົ້າຮ່ວມປຶກສາຫາລືກ່ຽວກັບນະໂຍບາຍການຮ່ວມມື ແລະ ທັດສະນະສຶກສາ ວ່າດ້ວຍການຄວບຄຸມຢາເສບຕິດຕາມຊາຍແດນ ລາວ-ໄທ.

ທ່ານ ວິໄຊ ໄຊມົງຄົນ ກ່າວວ່າ: ເພື່ອປຶກສາຫາລືກ່ຽວກັບນະໂຍບາຍການຮ່ວມມື ແລະ ທັດສະນະສຶກສາ ວ່າດ້ວຍການຄວບຄຸມຢາເສບຕິດຕາມຊາຍແດນ ໄທ-ລາວ ເຊິ່ງເປັນໂອກາດອັນດີ ທີ່ທັງສອງປະເທດ ລາວ-ໄທ ຈະໄດ້ຕີລາຄາຄືນເຖິງຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສອງຝ່າຍ ໄທ-ລາວ ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດ ຄັ້ງທີ 18 ທີ່່ຜ່ານມາ ພ້ອມທັງປຶກສາຫາລືເປັນເອກະພາບກັນໃນການກໍານົດທິດທາງແຜນການຕໍ່ໜ້າ ແລະ ບ່ອນອີງໃຫ້ແກ່ການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດຂອງສອງປະເທດ ໄທ-ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ຈາກການປະຕິບັດຜົນຂອງກອງປະຊຸມສອງຝ່າຍ ໄທ-ລາວ ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດ ຄັ້ງທີ 18 ຜ່ານມາ ເພື່ອປຶກສາຫາລືເປັນເອກະພາບກັນໃນການກໍານົດທິດທາງແຜນການຕໍ່ໜ້າ ແລະ ບ່ອນອີງໃຫ້ແກ່ການຮ່ວມມືໃນການແກ້ໄຂບັນຫາຢາເສບຕິດຂອງສອງປະເທດ ໄທ-ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ນອກນີ້, ສປປ ລາວ ຍັງໄດ້ຮັບການຊ່ວຍເຫລືອການສະໜັບສະໜູນດ້ານງົບປະມານໃນການສ້າງດ່ານຈຸດກວດກາຢາເສບຕິດ ຢູ່ບ້ານປາກທວາຍ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ພາຫະນະ, ການສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ຈາກສໍານັກງານປ້ອງກັນ ແລະ ປາບປາມຢາເສບຕິດໄທ, ການປະກອບສ່ວນຊ່ວຍເຫຼືອດັ່ງກ່າວ ເປັນການປະກອບສ່ວນສໍາຄັນ.

ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ຕາງໜ້າໃຫ້ການນໍາກະຊວງປ້ອງກັນຄວາມສະຫງົບລາວ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເຄື່ອນໄຫວຂອງຄະນະທັງສອງອົງການຄວບຄຸມຢາເສບຕິດ ລາວ-ໄທ ແລະ ອວຍພອນໃຫ້ ທ່ານ ວິໄຊ ໄຊມົງຄົນ ເລຂາທິການສໍານັກງານປ້ອງກັນ ແລະ ປາບປາມຢາເສບຕິດໄທ ພ້ອມດ້ວຍຄະນະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ.

- 3 - ລາວ-ໄທ ພົບປະຫາລືການຄວບຄຸມປາບປາມຢາເສບຕິດຢູ່ຕາມຊາຍແດນສອງຝັ່ງ
- 5 - ລາວ-ໄທ ພົບປະຫາລືການຄວບຄຸມປາບປາມຢາເສບຕິດຢູ່ຕາມຊາຍແດນສອງຝັ່ງ
- 4 - ລາວ-ໄທ ພົບປະຫາລືການຄວບຄຸມປາບປາມຢາເສບຕິດຢູ່ຕາມຊາຍແດນສອງຝັ່ງ