ທີມດັງໃນພຣີເມຍລີກ ບຸກເຈລະຈາ ເປແອສເຊ ຫວັງດຶງ ເນມາ ເສີມໜ້າ

ໜຶ່ງໃນທີມດັງ ພຣີເມຍລີກ ອັງກິດ ຕົກເປັນຂ່າວວ່າ ບຸກໄປເຈລະຈາກັບ ປາຣີສ ແຊັງ ແຊັກ ແມັງ ເລື່ອງຄວ້າຕົວ ເນມາ ເຖິງປະເທດ ຝຣັ່ງ.
ເລີ ປາຣີຊຽງ ສື່ຊື່ດັງຂອງຝຣັ່ງ ລາຍງານວ່າວ່າ ເຊລຊີ ເລີ່ມເປີດສາກເຈລະຈາກ່ຽວກັບການຄວ້າ ເນມາ ກອງໜ້າທີມຊາດບຣາຊິລ ຂອງ ປາຣີສ ແຊັງ ແຊັກແມັງ ໃນໄລຍະລະດູການນີ້.
ດັ່ງທີ່ເປັນຂ່າວອອກມາວ່າ ນເມາ ອາຍຸ 31 ປີ ມີບັນຫາບໍ່ຖືກໃຈກັນກັບ ຫລຸຍ ກຳໂປສ ຜູ້ອຳນວຍການສະໂມສອນ ເຮັດໃຫ້ມີຄວາມ ເປັນໄປໄດ້ທີ່ລາວຈະຍ້າຍອອກຈາກຖິ່ນ ປາກ ເດສ ແພຣງ ໃນລະດູການນີ້ ແລະ ຕາມລາຍງານຫລ້າສຸດຈາກສື່ຝຣັ່ງລະບຸວ່າ ທັອດ ໂບລີ ເຈົ້າຂອງທີມ ໄດ້ເດີນທາງໄປນະຄອນຫລວງປາຣີສ ປະເທດຝຣັ່ງ ເພື່ອເຈລະຈາເລື່ອງການຄວ້າຕົວ ເນມາ ມາເພີ່ມຕົວເລືອກ ໃນກອງໜ້າ.
ທັງນີ້ ໃນເລື່ອງຄ່າຕົວຂອງ ເນມາ ນັ້ນອາດຈະບໍ່ສູງເຖິງ 200 ລ້ານປອນ ເທົ່າກັບຕອນທີ່ ເປແອສເຊ ຊື້ມາຈາກ ບາເຊໂລນາເມື່ອປີ 2017 ແຕ່ກໍຄົງຈະບໍ່ຫລຸດຫລາຍ ເພາະ ເນມາ ກໍຍັງຖືເປັນຫນຶ່ງໃນນັກເຕະລະດັບໂລກ ເລື່ອງເງິນຄົງບໍ່ແມ່ນບັນຫາສຳລັບ ເຊລຊີ ເພາະພວກເຂົາກໍໃຊ້ຈ່າຍໄປກວ່າ 600 ລ້ານປອນ ໃນການເສີມທີມ 2 ຕະຫລາດນັກເຕະຫລ້າສຸດ.