ນາຍົກລັດຖະມົນຕີສະກອດແລນປະກາດລາອອກ ກຽມຫາຜູ້ສືບທອດຕໍາແໜ່ງທາງການເມືອງຄົນໃໝ່

ທ່ານ ນາງ ນິໂຄລາ ສະເຕີຈຽນ ນາຍົກລັດຖະມົນຕີສະກອດແລນ ປະກາດລາອອກຈາກຕໍາແໜ່ງໃນວັນທີ 15 ກຸມພາ ຫລັງຈາກດໍາລົງຕໍາແໜ່ງຜູ້ນໍາສະກອດແລນ ແລະ ຫົວໜ້າພັກສະກອດຕິດ ເນຊັນແນລ (SNP) ມາກວ່າ 8 ປີ ໂດຍນາງຈະຍັງບໍ່ສະຫລະຕໍາແໜ່ງນີ້ໃນທັນທີ ແລະ ກຽມເດີນໜ້າຫາຜູ້ສືບທອດຕໍາແໜ່ງທາງການເມືອງຄົນໃໝ່.
ໂດຍນາງ ສະເຕີຈຽນ ຢືນຢັນວ່າ: ການຕັດສິນໃຈຄັ້ງນີ້ບໍ່ໄດ້ເກີດຂຶ້ນຈາກອາລົມຊົ່ວວູບ, ແຕ່ເກີດຈາກການໄຕ່ຕອງຢ່າງຖີ່ຖ້ວນແລ້ວ. ພ້ອມລະບຸວ່າ: ນາງເປັນພຽງມະນຸດຄົນໜຶ່ງທີ່ຕ້ອງພະຍາຍາມຮັບມືຕໍ່ຄວາມຮູ້ສຶກທີ່ຂັດແຍ່ງກັນ ແລະ ຍອມຮັບວ່ານາງມີພະລັງງານທີ່ຈະທຸ້ມເທໃຫ້ການເຮັດໜ້າທີ່ນີ້ໜ້ອຍລົງ.
ປັດຈຸບັນຍັງບໍ່ມີຜູ້ສືບທອດຕໍາແໜ່ງທີ່ແນ່ນອນ ເບື້ອງຕົ້ນຄາດວ່າສະມາຊິກພັກ SNP ທີ່ອາດຈະໄດ້ຮັບເລືອກໃຫ້ຂຶ້ນມາດໍາລົງຕໍາແໜ່ງຜູ້ນຳຄົນໃໝ່ຂອງສະກອດແລນຄືທ່ານ ຈອນ ສະວິນນີ ຮອງນາຍົກລັດຖະມົນຕີ, ທ່ານ ເຄດ ຟອບ ລັດຖະມົນຕີດ້ານການເງິນ ແລະ ເສດຖະກິດສະກອດແລນ ລວມທັງທ່ານ ແອງກັດ ໂຣເບີດສັນ ເລຂາທິການລັດຖະທໍາມະນູນ, ທ່ານ ຮຳຊາ ຢູຊາບ ລັດຖະມົນຕີດ້ານສາທາລະນະສຸກ ແລະ ທ່ານ ຄີ ບຣາວ ລັດຖະມົນຕີຍຸຕິທໍາສະກອດແລນ.
ໂດຍນາງ ສະເຕີຈຽນ ຖືເປັນບຸກຄົນທີ່ມີບົດບາດສໍາຄັນຕໍ່ການເມືອງສະກອດແລນໃນໄລຍະເວລາເກືອບ 20 ປີຜ່ານມາ ແລະ ນາງຍັງຖືເປັນຜູ້ນໍາຍິງຄົນທີ 2 ຕໍ່ຈາກນາງ ຈາຊິນດາ ອາຣເດິນ ນາຍົກລັດຖະມົນຕີນິວຊີແລນ ທີ່ປະກາດກ້າວລົງຈາກຕໍາແໜ່ງລະດັບສູງທາງການເມືອງໃນໄລຍະຕົ້ນປີ 2023.
ອ້າງອີງ:
https://www.bbc.com/news/uk-scotland-64647907
https://www.bbc.com/news/uk-scotland-64656166