ລາວ ແລະ ສາກົນ ຫາລືປະສານງານເພື່ອຊ່ວຍເຫລືອແມ່ຍິງຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ
ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຈັດກອງປະຊຸມປຶກສາຫາລືລະດັບຊາດ ໃນວັນທີ 14 ກຸມ ພາ 2023 ທີ່ນະຄອນຫລວງວຽງຈັນ, ເພື່ອປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດແນະນຳຂອງອາຊຽນ ສໍາລັບການພັດທະນາຄູ່ມືມາດຕະຖານການດໍາເນີນງານ (SOPs) ສໍາລັບການປະສານງານການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ໂດຍໄດ້ສະໜອງຂໍ້ສະເໜີ ແລະ ຄໍາຄິດຄໍາເຫັນອັນມີຄຸນຄ່າ ສໍາລັບແນວທາງປະຕິບັດທີ່ເປັນມິດກັບຜູ້ນໍາໃຊ້, ມີຄວາມເຂົ້າໃຈ ແລະ ສາມາດປະຕິບັດໄດ້ສໍາລັບປະເທດສະມາຊິກອາຊຽນ.
ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ກ່າວວ່າ: ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍອັນໜັກແໜ້ນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ. ໃນລະດັບປະເທດ, ບົດແນະນໍາຂອງອາຊຽນຈະຊ່ວຍໃຫ້ທິດທາງໃນການພັດທະນາ SOP ໃນລະດັບປະເທດ ກ່ຽວກັບມາດຕະຖານການປະຕິບັດສໍາລັບຜູ້ໃຫ້ບໍລິການດ້ານສັງຄົມ, ສຸຂະພາບ ແລະ ຄວາມຍຸຕິທໍາ ເພື່ອແກ້ໄຂກໍລະນີຄວາມຮຸນແຮງຕໍ່ແມ່ຍິງ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ, ພ້ອມທັງຄໍາແນະນໍາສໍາລັບການບໍລິການ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດ ໂດຍໄດ້ເອົາບົດຮຽນທີ່ຖອດຖອນໄດ້ຈາກ ສປປ ລາວ.
ພ້ອມນີ້, ກໍເພື່ອເຮັດໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍມີປະສິດທິພາບທີ່ສຸດ, ການປະສານງານການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ/ຜູ້ລອດຊີວິດ ຈາກຄວາມຮຸນແຮງຕໍ່ແມ່ຍິງ ຕ້ອງມີມາດຕະຖານການດໍາເນີນງານທີ່ຈະແຈ້ງ, ສອດຄ່ອງກັບຄໍາແນະນໍາຂອງສາກົນ ກ່ຽວກັບການໃຫ້ການຊ່ວຍເຫລືອ ແບບມີການປະ ສານງານກັນຢ່າງມີຄຸນະພາບ.
ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າຂອງ UNFPA ປະຈໍາ ສປປ ລາວ ກ່າວວ່າ: ເພື່ອຮັບປະກັນວ່າທຸກໆປະຕູທີ່ຜູ້ລອດຊີວິດມາເຄາະເພື່ອຂໍຄວາມຊ່ວຍເຫລືອ ຈະແມ່ນປະຕູທີ່ຖືກຕ້ອງທີ່ສາມາດເຂົ້າເຖິງການບໍລິການສະເໝີ. SOP ເຮັດໃຫ້ຜູ້ໃຫ້ບໍລິການສາມາດສະໜອງການເບິ່ງແຍງ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ແລະ ຖືເອົາຜູ້ລອດຊີວິດເປັນໃຈກາງ. ຜ່ານມາ ສປປ ລາວ ໄດ້ຮັບຮອງ SOP ຂອງສາມຂະແໜງການພາຍໃນ 1 ປີ ແລະ ນີ້ແມ່ນການຢັ້ງຢືນເຖິງຄວາມໝາຍໝັ້ນ ທີ່ຄວນເອົາເປັນແບບຢ່າງຂອງລັດຖະບານລາວ ໃນການຕໍ່ສູ້ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ.