ບໍ່ອະນຸຍາດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ດຳເງິນທຸລະກຳເປັນເງິນຕາຕ່າງປະເທດ

-                                                          - ບໍ່ອະນຸຍາດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ດຳເງິນທຸລະກຳເປັນເງິນຕາຕ່າງປະເທດ
- kitchen vibe - ບໍ່ອະນຸຍາດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ດຳເງິນທຸລະກຳເປັນເງິນຕາຕ່າງປະເທດ

ທ່ານ ບົວຈັນ ແກ້ວມະນີ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ໃຫ້ສຳພາດຜ່ານໂທລະພາບແຫ່ງຊາດ ວັນທີ 22 ມັງກອນ 2023 ຜ່ານມານີ້ວ່າ ມາຮອດປີ 2022 ທົ່ວປະເທດມີສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ 240 ແຫ່ງ, ຂຶ້ນກັບກົມຄຸ້ມຄອງສະຖາບັນການເງິນ 140 ແຫ່ງ, ຂຶ້ນກັບສາຂາທະນາຄານແຫ່ງ ສປປ ລາວປະຈຳພາກ 100 ແຫ່ງ.

  • ສະຖາບັນການເງິນຮັບເງິນຝາກ 20 ແຫ່ງ
  • ສະຖາບັນການເງິນບໍ່ຮັບເງິນຝາກ 109 ແຫ່ງ
  • ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ 34 ແຫ່ງ
  • ບໍລິສັດເຊົ່າສິນເຊື່ອ 29 ແຫ່ງ
  • ໂຮງຊວດຈຳ 48 ແຫ່ງ

ສະຖາບັນການເງິນທັງໝົດນີ້ ເປັນສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ແມ່ນຕ້ອງດຳເນີນທຸລະກຳດ້ວຍເງິນກີບເທົ່ານັັ້ນ, ບໍ່ອະນຸຍາດໃຫ້ດຳເນີນທຸລະກຳໃດໆດ້ວຍເງິນຕາຕ່າງປະເທດ.

- Visit Laos Visit SALANA BOUTIQUE HOTEL - ບໍ່ອະນຸຍາດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ດຳເງິນທຸລະກຳເປັນເງິນຕາຕ່າງປະເທດ
- Visit Laos Visit SALANA BOUTIQUE HOTEL - ບໍ່ອະນຸຍາດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ດຳເງິນທຸລະກຳເປັນເງິນຕາຕ່າງປະເທດ

ໃນໄລຍະຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ລົງຕິດຕາມກວດກາເປັນປະຈຳ ແລະ ພົບບາງບັນຫາ ເຊັ່ນ ການດຳເນີນທຸລະກຳບໍ່ສອດຄ່ອງກັບໃບອະນຸຍາດ ເປັນຕົ້ນແມ່ນອອກໃບອະນຸຍາດເຮັດໂຮງຊວດຈຳ ແຕ່ປ່ອຍສິນເຊື່ອ ອະນຸຍາດເຊົ່າສິນເຊື່ອແຕ່ເຮັດຊວດຈຳ, ເຮັດທຸລະກຳເປັນເງິນຕາຕ່າງປະເທດ, ຫລາຍບໍລິສັດຍັງບໍ່ມີໂປຣແກຣມບັນຊີທີ່ໄດ້ມາດຕະຖານ ຍັງໃຊ້ໂປຣແກຣມແບບປະຖົມປະຖານຢູ່, ລະດົມເງິນໂດຍບໍ່ໄດ້ຮັບອະນຸຍາດ ແລະ ອື່ນໆ.

ສຳລັບມາດຕະຖານທີ່ລະເມີດລະບຽບຫລັກການ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງເຕືອນ ຄັ້ງທີ 1 ໃຫ້ມີການປັບປຸງແກ້ໄຂ ພາຍໃນ 30 ວັນ ພ້ອມຕິດຕາມແກ້ໄຂຢ່າງໃກ້ຊິດ, ຫາກເລີຍ 30 ວັນ ຈະແຈ້ງເຕືອນຄັ້ງທີ 2 ຈະມີການປັບໃໝ 10 ລ້ານກີບ.

ໃນຕໍ່ໜ້າ ທະນາຄານແຫ່ງ ສປປ ລາວ ຈະເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກຳ ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບຄວາມເປັນຈິງ ເພື່ອບັບຄັບໃຊ້ຢ່າງເຂັ້ມງວດ, ຈະລົງຕິດຕາມກວດກາ ສະຖາບັນການເງິນຕ່າງໆ ທັງດ້ານເອກະສານ ແລະ ລົງພື້ນທີ່ຕົວຈິງ ພ້ອມໃຊ້ອົງການກວດສອບພາຍນອກເປັນເຄື່ອງມືສຳຄັນ ແລະ ເພີ່ມຂອດການປະສານງານໃຫ້ມີຄວາມກົມກຽວລະຫວ່າງທະນາຄານປະຈຳພາກັບກົມ ເພື່ອໃຫ້ວຽກງານຂັ້ນທ້ອງຖິ່ນກັບສູນກາງດຳເນີນວຽກງານກວດກາບັນລຸຕາມເປົ້າໝາຍ ແລະ ເຮັດໃຫ້ສະຖາບັນການເງິນມີຄວາມໝັ້ນຄົງ ເຂັ້ມແຂງ. ນອກຈາກນີ້ແລ້ວ ຍັງຈະມີການປະສານງານລະຫວ່າງກົມກັບເຈົ້າໜ້າທີ່ຕຳຫລວດໃນການລົງຕິດຕາມກວດກາບັນດາເປົ້າໝາຍທີ່ມີການລະເມີດ ແລະ ບໍ່ສອດຄ່ອງກັບລະບຽບການຕ່າງໆຂອງທະນາຄານ.

- 4 - ບໍ່ອະນຸຍາດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ດຳເງິນທຸລະກຳເປັນເງິນຕາຕ່າງປະເທດ
- 3 - ບໍ່ອະນຸຍາດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ດຳເງິນທຸລະກຳເປັນເງິນຕາຕ່າງປະເທດ
- 5 - ບໍ່ອະນຸຍາດໃຫ້ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ດຳເງິນທຸລະກຳເປັນເງິນຕາຕ່າງປະເທດ