ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ

- messageImage 1676110993735 - ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ
- kitchen vibe - ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ

ນັກສໍາຫລວດຊາຍຊາວຈີນ ສ້າງສະຖິຕິໃໝ່ໃນການຍ່າງຂ້າມໜຶ່ງໃນທະເລຊາຍກວ້າງໃຫຍ່ທີ່ສຸດໃນໂລກ ໂດຍໃຊ້ເວລາປະມານ 2 ເດືອນ.

ວັນທີ 16 ກຸມພາ ສໍານັກຂ່າວຊິນຮົວລາຍງານວ່າ: ເມື່ອບໍ່ດົນມານີ້, ທ້າວ ເຢເສິນກວາງ ຊາຍນັກສໍາຫລວດຊາວຈີນ ປະສົບຜົນສໍາເລັດໃນການຍ່າງຂ້າມທະເລຊາຍທາກລາມາກັນ ເຊິ່ງເປັນທະເລຊາຍເຄື່ອນທີ່ຂະໜາດໃຫຍ່ອັນດັບ 2 ຂອງໂລກ ດ້ວຍໄລຍະທາງ 1.220 ກິໂລແມັດ ໃຊ້ເວລາເດີນທາງ 61 ວັນ 4 ຊົ່ວໂມງ 39 ນາທີ ຫລື ປະມານສອງເດືອນ.

- Visit Laos Visit SALANA BOUTIQUE HOTEL - ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ
- Visit Laos Visit SALANA BOUTIQUE HOTEL - ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ

ລາຍງານລະບຸວ່າ: ທ້າວ ເຢເສິນກວາງ ຍ່າງຮອດເມືອງມ່າຍກ້າຍຖີ ຂອງເຂດປົກຄອງຕົນເອງຊິນຈຽງອຸຍກູ ເຊິ່ງຢູ່ທາງຕາເວັນຕົກສຽງເໜືອຂອງຈີນ ໃນວັນທີ 6 ກຸມພາຜ່ານມາ ແລະ ສ້າງສະຖິຕິໂລກຄັ້ງໃໝ່ ເຊິ່ງໄດ້ຮັບການບັນທຶກໂດຍກິນເນສ ເວີດ ເຣດຄອດ ດ້ວຍສະຖິຕິຍ່າງເຕັມຮູບແບບ 419 ຊົ່ວໂມງ, ຍ່າງຊັນສູງສຸດໃນໜຶ່ງວັນ 1.884 ແມັດ ແລະ ການຍ່າງໄກສູງສຸດໃນໜຶ່ງວັນ 46,46 ກິໂລແມັດ.

- 5 - ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ
- 3 - ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ
- 4 - ຊາຍໜຸ່ມຊາວຈີນຍ່າງຂ້າມທະເລຊາຍທີ່ກວ້າງໃຫຍ່ຕິດອັນດັບໂລກ