ເອຟເອ ຕັ້ງຂໍ້ຫາ ລິເວີພູລ-ເອຟເວີຕັນ ໂທດທານຄຸມພຶດຕິກຳນັກເຕະບໍ່ໄດ້

ລິເວີພູລ ແລະ ເອຟເວີຕັນ ສອງທີມຮ່ວມເມືອງຂອງ ພຣີເມຍລີກ ໜີບໍ່ພົ້ນຖືກຕັ້ງຂໍ້ຫາໂດຍສະມາຄົມບານເຕະ (FA) ເຫດກໍ່ຄວາມວຸ້ນວາຍຮ່ວມກັນໃນລະຫວ່າງເກມ Merseyside Derby ໃນຄືນວັນຈັນຜ່ານມາ.
ລິເວີພູລ ກັບມາສູ່ເສັ້ນທາງໄຊຊະນະອີກຄັ້ງຕາມທີ່ຄາດໄວ້ ເມື່ອເປີດບ້ານເອົາຊະນະ ເອຟເວີຕັນ ທີມຮ່ວມເມືອງໄດ້ຢ່າງບໍ່ຍາກ 2-0 ແຕ່ກ່ອນຈົບເກມບໍ່ດົນກໍ່ມີເຫດການທີ່ນັກເຕະທັງສອງຝ່າຍບຸກເຂົ້າມາລະເບີດອາລົມໃສ່ກັນ.
ຕໍ່ຈັງຫວະດັ່ງກ່າວໃນນາທີ 86, ຜູ້ຮັກສາປະຕູ ຈໍແດນ ພິກຟອດ ໄດ້ໂວຍວາຍໃສ່ ແອນດູ ໂຣເບີສັນ ກອງຫລັງທາງຊ້າຍຂອງເຈົ້າບ້ານ ທີ່ຫລິ້ນບານຕໍ່ເຖິງທັງທີ່ຜູ້ຕັດສິນເປົ່າຟາວໄປແລ້ວ, ແລະ ຄອນເນີ ໂຄດີ້ ກອງຫລັງ ເອຟເວີຕັນ ກໍ່ມາຈັບຄໍ ໂຣເບີສັນ ດາວຍິງທີມຊາດສະກັອດແລນ ຈົນເຮັດໃຫ້ມີເລື່ອງແຜ່ລາມຈົນເຖິງການຫຸ້ນເຂົ້າມາຂອງຕົວນັກເຕະຈາກທັງສອງທີມ.
ແນວໃດກໍຕາມ ເຖິງວ່າເຫດການດັ່ງກ່າວຈະຈົບລົງໂດຍບໍ່ມີຄວາມຮຸນແຮງ ຫລັງຈາກທີ່ຜູ້ຕັດສິນມອບໃບເຫລືອງໃຫ້ກັບ ພິກຟອດ ແລະ ໂຣເບີສັນ, ລ່າສຸດວັນທີ 16 ກຸມພາ, FA ປະກາດຕັ້ງຂໍ້ຫາທັງສອງທີມຕາມກົດລະບຽບການລົງໂທດ ທີ່ບໍ່ສາມາດຄວບຄຸມພຶດຕິກຳຂອງນັກເຕະພາຍໃຫ້ຢູ່ໃນກອບໄດ້ ໂດຍແຕ່ລະຝ່າຍໄດ້ຖືກໃຫ້ເວລາເຖິງວັນທີ 20 ເດືອນກຸມພາເພື່ອຕັດສິນວ່າຈະຍອມຮັບຫລືປະຕິເສດ.