ຍີ່ປຸ່ນເຜີຍ GDP ປີ 2022 ເຕີບໃຫຍ່ 1,1%

- Cropped 1640226368Reuter photo SXM2021120400008516 scaled - ຍີ່ປຸ່ນເຜີຍ GDP ປີ 2022 ເຕີບໃຫຍ່ 1,1%
- kitchen vibe - ຍີ່ປຸ່ນເຜີຍ GDP ປີ 2022 ເຕີບໃຫຍ່ 1,1%

ສໍານັກງານຄະນະລັດຖະມົນຕີຍີ່ປຸ່ນລາຍງານວ່າ: ເສດຖະກິດຂອງປະເທດເຕີບໃຫຍ່ 1,1% ໃນປີ 2022 ເຊິ່ງຫລຸດລົງເມື່ອທຽບໃສ່ປີ 2021 ທີ່ເຕີບໃຫຍ່ 2,1% ໂດຍມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ທີ່ແທ້ຈິງມີປະມານ 546 ພັນຕື້ເຢນ.

ລາຍງານລະບຸວ່າ: ອຸປະສົງພາກເອກະຊົນເພີ່ມຂຶ້ນ 2,4%, ການບໍລິໂພກໃນຄອບຄົວເພີ່ມຂຶ້ນ 2,2% ແລະ ການລົງທຶນດ້ານເງິນທຶນຂອງບໍລິສັດເພີ່ມຂຶ້ນ 1,8% ໃນປີ 2022.

ການສົ່ງອອກສິນຄ້າ ແລະ ບໍລິການເພີ່ມຂຶ້ນ 4,9%. ຂະນະທີ່ການນໍາເຂົ້າສິນຄ້າ ແລະ ບໍລິການເຕີບໃຫຍ່ 7,9% ໂດຍການສົ່ງອອກສຸດທິຫລຸດລົງເພາະຕຶ້ນທຶນພະລັງງານສູງຂຶ້ນ ແລະ ສະກຸນເງິນເຢນອ່ອນຄ່າ.

ເສດຖະກິດຍີ່ປຸ່ນ ເຊິ່ງມີຂະໜາດໃຫຍ່ສຸດອັນດັບສາມຂອງໂລກ ໃນໄຕມາດສຸດທ້າຍຂອງປີ 2022 ຂະຫຍາຍຕົວ 0,6% ເມື່ອທຽບໃສ່ປີຕໍ່ປີ ເຊິ່ງເປັນຜົນມາຈາກການຍົກເລີກຂໍ້ຈໍາກັດຄວບຄຸມໂຄວິດ-19 ໃນທ້ອງຖິ່ນຊ່ວຍກະຕຸ້ນການບໍລິໂພກພາກເອກະຊົນ, ແຕ່ຍັງຕໍ່າກວ່າຕົວເລກຄາດຄະເນການເຕີບໃຫຍ່ 2,0% ຂອງຕະຫລາດກາງ.

- 3 - ຍີ່ປຸ່ນເຜີຍ GDP ປີ 2022 ເຕີບໃຫຍ່ 1,1%
- 4 - ຍີ່ປຸ່ນເຜີຍ GDP ປີ 2022 ເຕີບໃຫຍ່ 1,1%
- 5 - ຍີ່ປຸ່ນເຜີຍ GDP ປີ 2022 ເຕີບໃຫຍ່ 1,1%