ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ

- IMG 1289 - ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ
- kitchen vibe - ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ

ອີງຕາມແຫລ່ງຂ່າວແຂວງຄຳມ່ວນ ລາຍງານວ່າ: ງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ຊີງຂັນ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ແຂວງຄຳມ່ວນ ເປັນເຈົ້າພາບ ໄດ້ເປີດຂຶ້ນວັນທີ 16 ກຸມພາ ແລະ ຈະໄດ້ດໍາເນີນໄປເຖິງ ວັນທີ 18 ກຸມພາ 2023 ທີ່ສະໜາມກິລາແຂວງຄຳມ່ວນ, ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຈັດງານ ກ່າວວ່າ: ແຂວງຄໍາມ່ວນໄດ້ເປີດກວ້າງເຊື້ອເຊີນທຸກກະຊວງ, ທຸກແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມໃນງານດັ່ງກ່າວ, ແຕ່ການເຂົ້າຮ່ວມຕົວຈິງມີທັງໝົດ: 13 ພາກສ່ວນ ໃນນັ້ນ: ມາຈາກ ແຂວງຫລວງນໍ້າທາ, ຜົ້ງສາລີ, ແຂວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ເຊກອງ, ຄຳມ່ວນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ ແລະ ສໍານັກນາຍົກລັດຖະມົນຕີ, ມີຈໍານວນຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າ ຮ່ວມທັງໝົດ ຈຳນວນ 229 ຄົນ. ເຊິ່ງຈະໄດ້ມີການຊີງຫລຽນລາງວັນ ທັງໝົດ 36 ຫລຽນ, ໃນນັ້ນ ຫລຽນຄໍາ 9 ຫລຽນ, ຫລຽນເງິນ 9 ຫລຽນ ແລະ ຫລຽນທອງ 18 ຫລຽນ, ພ້ອມດ້ວຍເງິນລາງວັນ ຈຳນວນໜຶ່ງ ແລະ ທີມທີ່ໄດ້ຄອງຫລຽນຄໍາ ຈະໄດ້ຮັບກຽດຄອງຂັນ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຄອງ. ໂດຍຜ່ານການຄົ້ນຄວ້າໃນກອງປະຊຸມຄະນະກໍາມະການຝ່າຍເຕັກນິກ ໄດ້ຈັດໃຫ້ມີການແຂ່ງຂັນທັງໝົດ 700 ກວ່າຄັ້ງ, ມີສະໜາມແຂ່ງຂັນ 4 ແຫ່ງ, ໃຊ້ເວລາໃນການແຂ່ງຂັນ 3 ມື້ເຄິ່ງ, ນັບແຕ່ເຊົ້າວັນທີ 15 ກຸມພາ 2023 ເປັນຕົ້ນໄປ ແລະ ຈະໄດ້ສະຫລຸບມອບລາງວັນໃນຕອນບ່າຍ ຂອງວັນທີ 18 ກຸມພາ 2023.

- Visit Laos Visit SALANA BOUTIQUE HOTEL - ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ
- Visit Laos Visit SALANA BOUTIQUE HOTEL - ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ

- IMG 1288 1024x683 - ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ

ໂອກາດນີ້, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະແດງຄວາມ ພາກພູມໃຈທີ່ໄດ້ເຂົ້າຮ່ວມພິທີເປີດງານດັ່ງກ່າວ ເຊິ່ງໄດ້ໄຂຂຶ້ນຢູ່ດິນແດນວິລະຊົນ, ດິນແດນອູ່ ເຂົ້າອູ່ປາ ແລະ ດິນແດນ ທຳມະຊາດ ທີ່ສວຍສົດງົດງາມ, ຜ່ານການຫ້າງຫາກະກຽມເງື່ອນໄຂ ແລະ ປັດໄຈຕ່າງໆ ເພື່ອຮອງຮັບການເປັນເຈົ້າພາບໃນງານແຂ່ງຂັນໃນຄັ້ງນີ້, ມາຮອດເວລານີ້ເຫັນວ່າມີຄວາມພ້ອມ 100% ແລະ ເຊື່ອໝັ້ນວ່າ ບັນດາທ່ານຄະນະນໍາ, ກໍາມະການຕັດສິນ, ຄະນະຄູຝຶກ ແລະ ນັກກິລາທຸກຄົນ ຈະເສີມຂະຫຍາຍຈິດໃຈຟົດຟື້ນປະຕິວັດ ເຮັດໃຫ້ງານແຂ່ງຂັນດຳເນີນໄປດ້ວຍບັນຍາກາດທີ່ດີ, ມີຄວາມສາມັກຄີທີ່ໜັກແໜ້ນ.

- 4 - ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ
- 3 - ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ
- 5 - ຄຳມ່ວນ ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ເພື່ອຊີງຂັນນາຍົກລັດຖະມົນຕີ