ເປແອສເຊ ຫວັງດຶງ ໂຈເຊ ມູຣິນໂຢ ນັ່ງແທນຕຳແໜ່ງຜູ້ຈັດການທີມໃຫມ່




“ ຟຸດແມກາໂຕ ” ລາຍງານວ່າ ປາຣີສ ແຊັງ ແຊັກແມັງ ຫລື ເປແອສເຊ ສະໂມສອນໃຫຍ່ແຫ່ງ ລີກ ເອິງ ຝຣັ່ງ ພວມໃຫ້ ຄວາມສົນໃຈທີ່ຈະດຶງຕົວ ໂຈເຊ ມູຣິນໂຢ ຜູ້ຈັດການທີມຊາວໂປຣຕຸເກສ ເຂົ້າມາເປັນຜູ້ຈັດການທີມຄົນໃຫມ່ຂອງທີມ.
ເປແອສເຊ ມີເປົ້າຫມາຍຈະແຈ້ງວ່າພວກເຂົາຕ້ອງການຈະປະສົບຄວາມສຳເລັດໃນບານຂັນໃຫຍ່ຂອງຢູໂຣບ ຢ່າງ ຢູຟຣ ແຊ໊ມປຽນ ລີກ ແນວໃດກໍຕາມຫລ້າສຸດໃນຮອບ 16 ທີມສຸດທ້າຍ ນັດທຳອິດຂອງລະດູການນີ້ ທີມດັງຈາກນະຄອນຫລວງປາຣີສ ກັບເປັນຝ່າຍເສຍໃຫ້ ບາເຢິນ ມິວນິກ ຈາກບຸນເດສລີກາ ເຢຍລະມັນ ໄປກ່ອນ 0-1.
ຈາກສະຖານະການດັ່ງກ່າວເຮັດໃຫ້ຕຳແໜ່ງຂອງ ຄຣິສຕອຟ ກັລຕີເຢ ເລີ່ມຈະສັ່ນຄອນ ຈົນຫລ້າສຸດມີການເປີດເຜີຍວ່າພວກ ເຂົາພວມພິຈາລະນາທີ່ຈະດຶງຜູ້ຈັດການທີມຊື່ດັງຢ່າງ ໂຈເຊ ມູຣິນໂຢ ທີ່ປັດຈຸບັນເຮັດວຽກໃຫ້ກັບ ໂຣມາ ເຂົ້າມາເຮັດ ວຽກໃນຕຳແໜ່ງຜູ້ຈັດການທີມຄົນໃຫມ່ຂອງ ເປແອສເຊ ແລະ ລາຍງານລະບຸວ່າ ໄດ້ມີການເລີ່ມຕິດຕໍ່ໄປຫາຜູ້ຈັດການ ທີມຊາວໂປຣຕຸເກສລາຍນີ້ແລ້ວ.
ແນວໃດກໍຕາມ ນອກຈາກ ມູຣິນໂຢ ແລ້ວ ຍັງມີ ຊີເນີດິນ ຊີດານ ຕຳນານນັກເຕະທີມຊາດຝຣັ່ງ ແລະ ອະດີດຜູ້ຈັດການທີມ ຣຽວ ມາດຣິດ ທີ່ເປັນເປົ້າຫມາຍໃນຝັນທີ່ປາຣີສ ແຊັງ ແຊັກແມັງ ຢາກໄດ້ຕົວມາຮັບໜ້າທີ່ຜູ້ຈັດການທີມຄົນໃຫມ່.