ຕ້ອນຮັບຄະນະອາຈານທີ່ປຶກສາປະມວນກົດໝາຍແພ່ງປະເທດຍີ່ປຸ່ນ ເພື່ອພັດທະນາຂົງເຂດຍຸຕິທຳ ຢູ່ ສປປ ລາວ


ວັນທີ 17 ກຸມພາ 2023, ທ່ານ ຄໍາເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບ ທ່ານ ຮິໂຣຊິ ມາຊຶໂອະ ສາສະດາຈານມະຫາວິທະຍາໄລເຄໂອະ, ຄະນະອາຈານທີ່ປຶກສາປະມວນກົດໝາຍແພ່ງຂອງລາວ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ.
ໃນໂອກາດນີ້, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຄວາມຊົມເຊີຍ ທີ່ ທ່ານ ຮິໂຣຊິ ມາຊຶໂອະ ສາສະດາຈານມະຫາວິທະຍາໄລເຄໂອະໄດ້ມາຢ້ຽມຢາມ ເພື່ອໂອ້ລົມການສົ່ງເສີມພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA Rule of Law Project) ທີ່ມີການຮ່ວມມືລະຫວ່າງ ອົງການໄອຍະການປະຊາຊົນ, ສານປະຊາຊົນ, ກະຊວງຍຸຕິທຳ, ຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ແລະ ກະກຽມຄວາມພ້ອມໃນການຝຶກອົບຮົມຢູ່ ປະເທດຍີ່ປຸ່ນ ໃນເດືອນເມສາ 2023.
ນອກນີ້ກໍເພື່ອການພັດທະນາໃຫ້ດີຂຶ້ນເປັນກ້າວໆ, ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງບໍ່ຢຸດຢັ້ງ.