ແອັສປາຍ ປະເທດທໍາອິດໃນເອີຣົບທີ່ໃຫ້ຜູ້ຍິງ ສາມາດລາພັກໄດ້ 3-5 ວັນຕໍ່ເດືອນ ຈາເຫດຜົນ “ບໍ່ສະບາຍຈາກການມີປະຈໍາເດືອນ” ໂດຍບໍ່ຖືກຕັດເງິນ

ແອັສປາຍ ກາຍເປັນປະເທດທໍາອິດໃນເອີຣົບທີ່ໃຫ້ສິດພະນັກງານຜູ້ຍິງລາພັກ ເນື່ອງຈາກບໍ່ສະບາຍຈາກການມີປະຈໍາເດືອນຈໍານວນ 3 ວັນ ແລະ ຂະຫຍາຍເປັນ 5 ວັນໄດ້ຖ້າຈໍາເປັນ ເນື່ອງຈາກຜ່ານກົດໝາຍສິດທິທາງເພດ ແລະ ການຈະເລີນພັນຫລາຍສະບັບ ລວມທັງກົດໝາຍທີ່ຂະຫຍາຍສິດການເອົາລູກອອກ ແລະ ຄົນຂ້າມເພດ.
“ຖ້າປາສະຈາກສິດດັ່ງກ່າວ ຜູ້ຍິງກໍບໍ່ແມ່ນພົນລະເມືອງໂດຍສົມບູນ” Irene Montero ລັດຖະມົນຕີກະຊວງຄວາມສະເໝີພາບຂອງແອັສປາຍ ກ່າວໃນລັດຖະສະພາ. ນອກຈາກນີ້ ຍັງກ່າວວ່າ: ການເຄື່ອນໄຫວດັ່ງກ່າວເປັນການກ້າວໄປສູ່ການແກ້ໄຂບັນຫາສຸຂະພາບ.
ການລາພັກຕ້ອງມີໃບຮັບຮອງຈາກໝໍ ເຊິ່ງເກີດຂຶ້ນດ້ວຍອາການປວດຮາກ, ວິນຫົວ ໂດຍລະບົບປະກັນສັງຄົມຂອງລັດຈະເປັນຜູ້ອອກຄ່າໃຊ້ຈ່າຍ.
ປະມານ 1 ໃນ 3 ຂອງຜູ້ຍິງຕ້ອງທົນທຸກທໍລະມານຈາກການເຈັບປວດປະຈໍາເດືອນຢ່າງຮຸນແຮງ. ຕາມລາຍງານຂອງສະມາຄົມແມ່ຍິງແຫ່ງແອັສປາຍ.
ປັດຈຸບັນການລາພັກຈາກປະຈໍາເດືອນມີໃຫ້ເຫັນໃນບໍ່ເທົ່າໃດປະເທດທົ່ວໂລກເຊັ່ນ: ຍີ່ປຸ່ນ, ອິນໂດເນເຊຍ ແລະ ແຊມເບຍ.
ອ້າງອີງ:
https://www.washingtonpost.com/…/spain-paid-menstrual…/