ການລະເມີດສັນຍາຂອງຜູ້ໄດ້ຮັບໂຄງການການຂຸດຄົ້ນບໍ່ແຮ່ ເປັນຜົນກະທົບຕໍ່ປະຊາຊົນ ແລະ ເສຍຜົນປະໂຫຍດຂອງຊາດ

- 332487781 737086537861504 714251573918091183 n - ການລະເມີດສັນຍາຂອງຜູ້ໄດ້ຮັບໂຄງການການຂຸດຄົ້ນບໍ່ແຮ່ ເປັນຜົນກະທົບຕໍ່ປະຊາຊົນ ແລະ ເສຍຜົນປະໂຫຍດຂອງຊາດ
- kitchen vibe - ການລະເມີດສັນຍາຂອງຜູ້ໄດ້ຮັບໂຄງການການຂຸດຄົ້ນບໍ່ແຮ່ ເປັນຜົນກະທົບຕໍ່ປະຊາຊົນ ແລະ ເສຍຜົນປະໂຫຍດຂອງຊາດ

ໂດຍ: ມຶກບໍ່ແຫ້ງ

ການລົງທຶນ ໃນຂະແໜງການຂຸດຄົ້ນບໍ່ແຮ່ ແມ່ນມີຄວາມສຳຄັນໃນການຊກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ແຕ່ຜ່ານມາການລົງທຶນໃນຂະແໜງການດັ້ງກ່າວຍັງສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດລວມຂອງຊາດ ແລະສັງຄົມໂດຍສະເພາະ ການລະເມີດສັນຍາຫຼາຍຮູບແບບ ເຊິ່ງຈະຕ້ອງໄດ້ຮັບການແກ້ໄຂ ແລະປ້ອງກັນ.

- Visit Laos Visit SALANA BOUTIQUE HOTEL - ການລະເມີດສັນຍາຂອງຜູ້ໄດ້ຮັບໂຄງການການຂຸດຄົ້ນບໍ່ແຮ່ ເປັນຜົນກະທົບຕໍ່ປະຊາຊົນ ແລະ ເສຍຜົນປະໂຫຍດຂອງຊາດ

ການລົງທຶນໃນຂະແໜງການບໍ່ແຮ່ໄດ້ກາຍເປັນກຳລັງແຮງ ທີ່ສຳຄັນຂອງການພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາໃນໄລຍະຜ່ານມາ, ໃນປີ 2022 ການສົ່ງອອກ ບໍ່ແຮ່ສາມາດສ້າງລາຍຮັບເຂົ້າປະເທດໄດ້ຈຳນວນ 804 ລ້ານໂດລາ  ເຊິ່ງເປັນຂະແໜງແຖວໜ້າ ໃນການສ້າງລາຍຮັບແກ່ປະເທດເຮົາເປັນໃນ ຊຸມປີຜ່ານມາ.

ຈາກທ່າແຮງບົ່ມຊ້ອນ ທີ່ມີແຮ່ທາດຫຼວງຫຼາຍໃນປະເທດເຮົາ, ລັດຖະບານໄດ້ອະນຸຍາດ ໃຫ້ນັກລົງທຶນ ຫຼື ຜູ້ພັດທະນາ ຂຸດຄົ້ນບໍ່ແຮ່ເມື່ອຫຼາຍປີຜ່ານມາ ເພື່ອແນໃສ່ການສ້າງລາຍຮັບແກ່ປະເທດຊາດ ທີ່ຕ້ອງການພັດທະນາຢ່າງຮອບດ້ານ ໂດຍມີຄວາມຫວັງວ່າ ຂະແໜງບໍ່ແຮ່ຈະກາຍເປັນແຫຼ່ງລາຍຮັບທີ່ສຳຄັນຂອງປະເທດ ແລະຈະສາມາດຊ່ວຍລັດຖະບານໃນຄວາມພະຍາຍາມ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ໃນການຈັດຕັ້ງປະຕິບັດຕົວຈິງນັ້ນພວກເຮົາ ເຫັນປະຈັກຕາວ່າ ຖ້າທຽບໃສ່ຂະແໜງການອື່ນໆ ຂະແໜງບໍ່ແຮ່ ໂດຍສະເພາະການສົ່ງອອກຄຳ, ທອງແດງ ແລະ ແຮ່ທາດອື່ນໆ ໄດ້ສ້າງລາຍຮັບແກ່ປະເທດຊາດຫຼາຍພໍສົມຄວນ ແຕ່ພວກເຮົາຮູ້ນຳກັນດີວ່າໃນໄລຍະຜ່ານມາການຈັດຕັ້ງປະຕິບັດ, ການຄຸ້ມຄອງຕິດຕາມ ການຂຸດຄົ້ນບໍ່ແຮ່ແມ່ນມີບັນຫາຫຼາຍອັນ, ນັບແຕ່ການສ້າງຜົນກະທົບຕໍ່ສັງຄົມ-ສິ່ງແວດລ້ອມ, ການລະເມີດສັນຍາຂອງຜູ້ພັດທະນາ ຫຼື ນັກລົງທຶນ ບໍ່ວ່າຈະເປັນການ ຂຸດຄົ້ນກາຍຂອບເຂດທີ່ລະບຸໃນສັນຍາ, ການຂຸດຄົ້ນບໍ່ໄດ້ຕາມແຜນ, ການຂາຍໂຄງການຕໍ່ ແລະບັນຫາອື່ນໆ ທີ່ສ້າງຜົນເສຍຫາຍຕໍ່ຜົນປະໂຫຍດສ່ວນລວມ ໄລຍະຍາວ.

ຍົກຕົວຢ່າງ ເມື່ອບໍ່ດົນຜ່ານມາກໍມີກໍລະນີ ການຂຸດຄົ້ນບໍ່ແຮ່ທາງພາກໃຕ້ຂອງລາວ ທີ່ປະຊາຊົນຮູ້ເຫັນວ່າ ເນື້ອທີ່ການຂຸດຄົ້ນຕົວຈິງ ແມ່ນມີຫຼາຍກວ່າເນື້ອທີ່ ທີ່ໄດ້ຮັບອະນຸຍາດ. ອັນນີ້ ເປັນຕົວຢ່າງນ້ອຍໆ ທີ່ສະແດງໃຫ້ເຫັນຊ່ອງວ່າງທີ່ໃຫຍ່ຫຼວງ ໂດຍເປັນສາເຫດທີ່ວ່າ ພວກເຮົາຂຸດຄົ້ນບໍ່ແຮ່ຫຼາຍແຫ່ງ ແລະຂາຍມາໄດ້ຫຼາຍປີ ແຕ່ບໍ່ຮັ່ງ ຍ້ອນລາຍໄດ້ພຽງສ່ວນໜ້ອຍເຂົ້າລັດ ຈາກບໍ່ແຮ່ທີ່ຖືກຂຸດຄົ້ນຕົງຈິງ.

ການຂຸດຄົ້ນບໍ່ແຮ່ຫຼາຍໂຄງການບໍ່ໄດ້ຮັບການຈັດຕັ້ງປະຕິບັດຕາມທີ່ລັດຖະບານໄດ້ອະນຸຍາດ ເຊິ່ງສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງຍິ່ງ ແລະ ນອກນັ້ນຍັງສ້າງຜົນເສຍຫາຍຕໍ່ຊັບສິນລວມຂອງຊາດເຊິ່ງເປັນສາເຫດທີ່ລັດຖະບານສັ່ງໂຈະການອະນຸຍາດຂຸດຄົ້ນບໍ່ແຮ່ໃນປີ 2012 ຕາມຄຳສັ່ງເລກທີ 13/ນຍ ຈົນມາຮອດປີ 2016-2017 ການອະນຸຍາດການຂຸດຄົ້ນບໍ່ແຮ່ກໍກັບຄືນມາ ແລະບໍ່ດົນມານີ້ ພວກເຮົາກໍ ພົບພໍ້ບັນຫາ ການບໍ່ປະຕິບັດສັນຍາຂອງຜູ້ພັດທະນາຈາກໂຄງການຂຸດຄົ້ນແຮ່ເຫຼັກແບບທົດລອງທີ່ລັດຖະບານອະນຸຍາດ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທາງການເງິນຂອງປະເທດ.

ສິ່ງດັ່ງເກີດຂຶ້ນໄດ້ ກໍເນື່ອງຈາກຫຼາຍປັດໄຈ ແຕ່ໜຶ່ງໃນນັ້ນອາດມາຈາກການຂາດການຕິດຕາມຊກຍູ້ຢ່າງໃກ້ຊິດຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ, ຂາດຄວາມເຄັ່ງຄັດທາງດ້ານການຈັດຕັ້ງປະຕິບັດລະບຽບກົດໝາຍ ຫຼື ກ່ຽວຂ້ອງກັບຄວາມໂປ່ງໃສ ໃນການຈັດຕັ້ງປະຕິບັດໂຄງການທີ່ຜູ້ພັດທະນາ ແລະເຈົ້າໜ້າທີ່ກ່ຽວຂ້ອງຊອກຫາຜົນປະໂຫຍດຂອງຕົນທີ່່ສ້າງຜົນກະທົບຕໍ່ສ່ວນລວມ.

ຈາກບົດຮຽນທີ່ສະສົມມາຫຼາຍປີໃນຂະແໜງການຂຸດຄົ້ນບໍ່ແຮ່ ພວກເຮົາຈະຕ້ອງພິຈາລະນາຄືນຢ່າງເລິກເຊິ່ງ ແລະມີຄວາມຮັບຜິດຊອບສູງຜົນປະໂຫຍດສ່ວນລວມຂອງຊາດ. ແມ່ນຢູ່ວ່າ ປະເທດພວກເຮົາອຸດົມໄປດ້ວຍບໍ່ແຮ່ ໂດຍຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ, ໃນຂອບເຂດເນື້ອທີ່ປະມານ 162.104 ກິໂລຕາແມັດ ເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດລວມທັງແຮ່ຫາຍາກ ແຕ່ແຮ່ທາດເຫຼົ່ານັ້ນ ເປັນຊັບພະຍາກອນທີ່ທົດແທນຄືນບໍ່ໄດ້, ຂຸດຄົ້ນແລ້ວກໍໝົດໄປ.

ເພາະສະນັ້ນເປັນຫຍັງພວກເຮົາຈຶ່ງລະມັດລະວັງໃນການຄຸ້ມຄອງນຳໃຊ້ ຊັບພະຍາກອນທີ່ມີຄ່ານີ້ໃຫ້ຫຼາຍຂຶ້ນ ໂດຍການເຄັ່ງຄັດການອະນຸມັດໂຄງການ ທີ່ເຫັນວ່າມີຄວາມຮັບຜິດຊອບຕໍ່ສັງຄົມ-ສິ່ງແວດລ້ອມ, ມີຄວາມສາມາດພັດທະນາ (ໃຫ້ສົມຊື່ວ່າ ຜູ້ພັດທະນາ), ເພີ່ມຄວາມອາດສາມາດ ແລະມີຄວາມໃກ້ຊິດໃນການຕິດຕາມກວດກາ ແລະລາຍງານຄວາມຄືບໜ້າແຕ່ລະໂຄງການ ຢ່າງລະອຽດເປັນປະຈຳຂອງເຈົ້າໜ້າທີ່ລັດ, ລົງໂທດບັນດາເຈົ້າໜ້າທີ່ຂອງລັດທີ່ຮ່ວມມືກັບນັກລົງທຶນ ເພື່ອສ້າງຜົນປະໂຫຍດແກ່ຕົນເອງ ແລະປັບໃໝ, ສັ່ງໂຈະໂຄງການທີ່ລະເມີດສັນຍາທັນທີທີ່ພົບເຫັນ ແລະ ບັນຫາອື່ນໆ ຈະຕ້ອງໄດ້ແກ້ໄຂໃຫ້ທັນການ.

ທັງໝົດນັ້ນກໍເພື່ອເຮັດໃຫ ການຂຸດຄົ້ນບໍ່ແຮ່ມີການພັດທະນາທີ່ຍືນຍົງ ແລະສ້າງລາຍຮັບຢ່າງຫຼວງຫຼາຍແກ່ປະເທດຊາດ, ສາມາດປະກອບສ່ວນການລືບລ້າງຄວາມທຸກຍາກຂອງປະຊາຊົນ ຢ່າງແທ້ຈິງ.

 

- 4 - ການລະເມີດສັນຍາຂອງຜູ້ໄດ້ຮັບໂຄງການການຂຸດຄົ້ນບໍ່ແຮ່ ເປັນຜົນກະທົບຕໍ່ປະຊາຊົນ ແລະ ເສຍຜົນປະໂຫຍດຂອງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!