ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ

- WhatsApp Image 2023 02 22 at 16 - ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ
- kitchen vibe - ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ

ວັນທີ 22 ກຸມພາ 2023 ນີ້, ຕໍາຫລວດ ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ທີ່ດັດແປງສະພາບເຕັກນິກລົດ ໂດຍການເປັນປະທານຂອງທ່ານ ພັທ  ແສງທອງ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ມີພະນັກງານທີ່ກ່ຽວຂ້ອງ, ນັກຂັບຂີ່ທີ່ດັດແປງສະພາບເຕັກນິກຂອງລົດ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.

ທ່ານ ຮອ ແສງເພັດ ໄຊຍະວົງ ຫົວໜ້າກອງຈະລາຈອນ ກ່າວວ່າ: ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນດ້ານຕ່າງໆ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ສະນັ້ນ ກອງຈະລາຈອນ ປກສ ເມືອງໂພນໂຮງ ໄດ້ລົງເຄື່ອນໄຫວກວດກາພາຫະນະຕາມເສັ້ນທາງຂອບເຂດເທສະບານ ເມືອງໂພນໂຮງ ແຂວງວຽງຈັນ ຜ່ານການລົງກວດກາຕົວຈິງຈຶ່ງພົບເຫັນນັກຂັບຂີ່ດັດແປງສະພາບເຕັກນິກຂອງລົດຈັກຈຳນວນ 10 ຄັນ ມາຮັກສາໄວ້ຢູ່ກອງບັນຊາການ ປກສ  ເມືອງໂພນໂຮງ ເພື່ອທຳລາຍຢາງຕີນລົດ ແລະ ທໍ່ໄອເສຍ ທີ່ບໍ່ຖືກຕ້ອງຕາມມາດຕະຖານຂອງໂຮງງານຜະລິດອອກ ແລ້ວປ່ຽນຖ່າຍໃໝ່ ພ້ອມນັ້ນຍັງຍົກໃຫ້ເຫັນສະພາບການສັນຈອນໃນປັດຈຸບັນ ແລະ ຜົນໄດ້ຜົນເສຍຂອງການດັດແປງສະພາບເຕັກນິກຂອງລົດ ອັນໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ເສຍເງິນຄຳພໍ່ແມ່ ຕໍ່ກັບສະພາບການສັນຈອນຕາມທ້ອງຖະໜົນຫລວງ ກໍແມ່ນບັນຫາໜຶ່ງ ເຊິ່ງນັກຂັບຂີ່ແຕ່ລະຄົນຕ້ອງໄດ້ເປັນເຈົ້າການປະຕິບັດກົດລະບຽບຈະລາຈອນທີ່ໄດ້ກຳນົດໄວ້.

อาจเป็นรูปภาพของ 4 คน และ กลางแจ้ง  - 332751368 557020846396398 3187403601879798312 n - ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ

ຈາກນັ້ນກໍມີການປ່ຽນຖ່າຍທໍ່ໄອເສຍ ແລະ ຕີນລົດທີ່ນ້ອຍກວ່າມາດຕະຖານອອກແລ້ວເອົາໃສ່ໃໝ່ ເພື່ອໃຫ້ຖືກຕ້ອງຕາມຂະໜາດ ແລະ ມາດຕະຖານຂອງໂຮງງານຜະລິດ ຫລັງຈາກປ່ຽນສຳເລັດແລ້ວຈຶ່ງສົ່ງຄືນໃຫ້ເຈົ້າຂອງເດີມໄປນຳໃຊ້ຕາມປົກກະຕິ ໂອກາດດຽວກັນນີ້ເຈົ້າໜ້າທີ່ພະແນກຈະລາຈອນ ປກສ ເມືອງໂພນໂຮງ ໄດ້ເອົົາຢາງຕີນລົດ ແລະ ທໍ່ໄອເສຍທີ່ດັດແປງໄປທຳລາຍຖີ້ມ.

- 4 - ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ
- 5 - ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ
- 3 - ປກສ ເມືອງໂພນໂຮງ ສຶກສາອົບຮົມນັກຂັບຂີ່ດັດແປງສະພາບເຕັກນິກລົດ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ